.

ຂໍ້​ກຳ​ນົດ​ການ​ນຳ​ໃຊ້

English | Español Türkçe | Tiếng Việt | Français | Indonésien | Lao

ໜ້ານີ້ (ພ້ອມ​ກັບ​ເອ​ກະ​ສານ​ທີ່ໄດ້ອ້າງ​ອີງໃນ​ຕົວ​ມັນ​ນັ້ນ) (“ຂໍ້​ກຳ​ນົດ​ການ​ນຳ​ໃຊ້") ບອກ​ທ່ານ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ທີ່​ທ່ານ​ສາ​ມາດ​ໃຊ້​ເວັບ​ໄຊ, ແອັບພ​ລິເຄ​ຊັນ​ເທິງ​ມື​ຖື ແລະ ຜອບ​ໂທ​ລດິຈິ​ຕອນ​ອື່ນໃດ​ໜຶ່ງ​ທີ​ດຳ​ເນີນ​ການ ແລະ ໃຫ້​ບໍ​ລິ​ການ​ໂດຍ Olam International Limited ຫຼື ກຸ່ມ​ບໍ​ລິ​ສັດ​ຂອງ​ພວກ​ເຂົາ (ເອີ້ນ​ລວມ​ກັນ​ວ່າ, “ເວັບໄຊ"), ບໍ່​ວ່າທ່ານ​ຈະ​ເປັນ​ຜູ້​ເຂົ້າຊົມ, ຜູ້​ໃຊ້​ທີ່​ໄດ້​ລົງ​ທະ​ບຽນ, ລູກ​ຄ້າ, ຫຸ້ນ​ສ່ວນ​ທຸ​ລະ​ກິດ ຫຼື ລູກ​ຈ້າງ.

 

ບໍ​ລິ​ການ​ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ມີ​ໃຫ້ໃນ ຫຼື ຜ່ານ​ເວັບໄຊ ຫຼື ຜ່ານການ​ສະ​ເໜີໃຫ້, ບຳ​ລຸງ​ຮັກ​ສາ ແລະ/ຫຼື ໃຫ້​ບໍ​ລິ​ການ​ໂດຍ​ພວກ​ເຮົາທີ່​ໄດ້​ອ້າງ​ອີງ​ເຖິງ​ໃນ​ເອ​ກະ​ສານ​ນີ້​ແມ່ນ "ບໍ​ລິ​ການ” ຂອງ​ພວກ​ເຮົາ.

 

ກະ​ລຸ​ນາ​ອ່ານ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ຢ່າງ​ລະ​ອຽດ​ກ່ອນ​ທີ່​ທ່ານ​ຈະ​ເລີ່ມ​ໃຊ້​ບໍ​ລິ​ການ. ໂດຍ​ການເຂົ້າ​ເບິ່ງ​ເວັບໄຊ ຫຼື ນຳ​ໃຊ້​ບໍ​ລິ​ການ​ຂອງ​ພວກ​ເຮົາ, ທ່ານ​ລະ​ບຸ​ວ່າ​ທ່ານຍອມ​ຮັບ​ຂໍ້​ກຳ​ນົດ​ການ​ໃຊ້​ງານ​ເຫຼົ່າ​ນີ້ ແລະ ທ່ານ​ເຫັນ​ດີ​ປະຕິ​ບັດ​ຕາມ​ພວກມັນ. ຖ້າ​ຫາກ​ທ່ານບໍ່​ເຫັນ​ດີ​ຕໍ່​ກັບຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້, ກະ​ລຸນາຢຸດ​ການ​ນຳໃຊ້​ບໍ​ລິ​ການຂອງ​ພວກ​ເຮົາ.

 

ຂໍ້​ກຳ​ນົດ​ສະ​ເພາະ​ທີ່​ມີ​ໃຫ້​ໃນ​ເວັບໄຊທີ່​ອ້າງ​ອີງ​ເຖິງຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ກຳ​ນົດ​ໄວ້​ໃນ ເອ​ກະ​ສານ​ຊ້ອນ​ທ້າຍ A ("ຂໍ້​ກຳ​ນົດ​ເພີ່ມ​ເຕີມ") ອາດ​ຈະ​ນຳ​ໄປ​ໃຊ້​ກັບ​ເວັບ​ໄຊ, ແອັບພ​ລິ​ເຄ​ຊັນ​ເທິງ​ມື​ຖື ແລະ ຜອດ​ໂທ​ລ​ດິ​ຈິຕອນ​ອື່ນໆ. ໃນ​ບ່ອນ​ທີ່​ສາ​ມາດ​ນຳ​ໃຊ້​ໄດ້, ຂໍ້​ກຳ​ນົດ​ເພີ່ມ​ເ​ຕີມ​ຈະ​ປະ​ກອບເປັນ​ສ່ວນ​ໜຶ່ງຂອງຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້.

 

1.       ຂໍ້​ມູນ​ກ່ຽວ​ກັບ​ພວກ​ເຮົາ

 

ບໍ​ລິ​ການ ແລະ ເວັບໄຊທີ່​ດຳ​ເນີນ​ການ ແລະ ໃຫ້​ບໍ​ລິ​ການ​ໂດຍ Olam International Limited (“Olam”, "ພວກ​ເຮົາ" ຫຼື “ເຮົາ”) ໃນ​ນາມ​ຂອງ​ພວກມັນເອງ ແລະ ກຸ່ມ​ບໍ​ລິ​ສັດ​ຂອງມັນ.  ພວກ​ເຮົາ​ໄດ້​ຈົດ​ທະ​ບຽນ​ຢູ່​ປະ​ເທດ​ສິງ​ກະ​ໂປ​ພາຍ​ໃຕ້ໝາຍເລກບໍ​ລິ​ສັດ 199504676-H ແລະ ມີ​ສຳ​ນັກ​ງານຈົດ​ທະ​ບຽນ​ຢູ່​ທີ່ 7 Straits View, Marina One East Tower #20-01, Singapore 018936, ເຊິ່ງກໍ​ຍັງ​ແມ່ນ​ທີ່ຢູ່​ດ້ານການ​ຄ້າຕົ້ນ​ຕໍ​ຂອງ​ພວກ​ເຮົາ.

 

2.       ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການຂອງ​ພວກ​ເຮົາ

 

ພວກ​ເຮົາ​ສະ​ຫງວນ​ສິດ​ໃນ​ການ​ຖອນ​ການ​ເຂົ້າ​ເຖິງ ຫຼື ປ່ຽນ​ແປງ​ບໍ​ລິ​ການ​ໃດໆ​ທີ່​ພວກ​ເຮົາ​ໄດ້​ໃຫ້​ບໍ​ລິ​ການ​ໂດຍ​ປາ​ສະ​ຈາກ​ການ​ແຈ້ງ​ເຕືອນ (ເບິ່ງຢູ່​ລຸ່ມນີ້). ພວກ​ເຮົາ​ຈະ​ບໍ່ຮັບ​ຜິດ​ຊອບໃດໆຫາກ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ບໍ່​ສາ​ມາດ​ໃຊ້​ງານ​ໄດ້​ໃນ​ເວ​ລາ​ໃດ​ໜຶ່ງ ຫຼື ສຳ​ລັບ​ຊ່ວງ​ໃດ​ໜຶ່ງບໍ່​ວ່າ​ດ້ວຍ​ເຫດ​ຜົນ​ໃດ​ກໍ່​ຕາມ. ໃນ​ບາງ​ຄັ້ງ, ພວກ​ເຮົາ​ອາດ​ຈະ​ຈຳ​ກັດ ຫຼື ຫ້າມ​ຜູ້​ໃຊ້​ທີ່​ໄດ້​ລົງ​ທະ​ບຽນ​ກັບ​ພວກ​ເຮົາເຂົ້າ​ເຖິງການ​ບໍ​ລິ​ການ​ຂອງ​ພວກ​ເຮົາບາງ​ສ່ວນ ຫຼື ການບໍ​ລິ​ການ​ທຸກ​ຢ່າງ​ຂອງ​ພວກ​ເຮົາ.

 

ທ່ານ​ຕ້ອງ​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ ຫຼື ອາ​ຍຸບັນ​ລຸ​ນິ​ຕິ​ພາ​ວະ​ໃນ​ເຂດ​ອຳ​ນາດ​ສານ​ທີ່​ທ່ານ​ອາ​ໄສ​ຢູ່ ຫຼື ພັກ​ເຊົາ​ຢູ່ເພື່ອ​ໃຊ້​ບໍ​ລິ​ການ ຫຼື ເວັບໄ. ຖ້າ​ຫາກທ່ານ​ອາ​ຍຸຕ່ຳ​ກວ່າ 18 ປີ ຫຼື ອາ​ຍຸຍັງບໍ່ບັນ​ລຸ​ນິ​ຕິ​ພາ​ວະ​, ທ່ານ​ຕ້ອງ​ຢຸດ​ນຳ​ໃຊ້/ເຂົ້າ​ເຖິງເວັບໄຊນີ້ ແລະ ການ​ນຳ​ໃຊ້​ບໍ​ລິ​ການ​ທັນ​ທີ.

 

ທ່ານ​ຍິນຍອມ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ, ແຈ້ງ​ການ, ການ​ດຳ​ເນີນ​ກົດ​ລະ​ບຽບ ແລະ ນະ​ໂຍ​ບາຍ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ, ນີ້​ລວມ​ເອົາ​ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂອງ Olam (ໂອ​ລາມ) ແລະ ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ໃຊ້​ບໍ​ລິ​ການ ແລະ/ຫຼື ການ​ເຂົ້າ​ເຖິງ​ເວັບໄຊ, ຕະຫຼອດ​ຮອດ​ການ​ແກ້​ໄຂ​ໃດໜຶ່ງທີ່​ກ່າວ​ມາ​ຂ້າງ​ຕົ້ນ, ເຊິ່ງ​ອອກ​ໃຫ້​ໂດຍພວກ​ເຮົາ​ເປັນ​ບາງ​ຄັ້ງ​ຄາວ.

 

ພວກ​ເຮົາ​ສະ​ຫງວນ​ສິດ​ໃນ​ການ​ແກ້​ໄຂຂໍ້ກໍານົດການນຳໃຊ້ ແລະ ຄຳ​ແນະ​ນຳ, ແຈ້ງການ, ການ​ດຳ​ເນີນ​ກົດ​ລະ​ບຽບ ແລະ ນະ​ໂຍ​ບາຍ ແລະ ຄຳ​ສັ່ງ​ຕະຫຼອດ​ເວ​ລາ ແລະ ຖື​ວ່າທ່ານຮັບ​ຮູ້ ແລະ ມີ​ຂໍ້​ຜູກ​ພັນ​ກັບ​ການ​ປ່ຽນ​ແປງ​ຕໍ່​ກັບ​ສິ່ງ​ທີ່​ກ່າວ​ມາ​ຂ້າງ​ຕົ້ນ​ເມື່ອ​ມີ​ການ​ເຜີຍ​ແຜ່​ເທິງ​ເວັບ​ໄຊ.

 

ອຸ​ປະ​ກອນ, ຂໍ້​ມູນ, ຂ່າວ​ສານ, ຂໍ້​ຄວາມ, ເນື້ອ​ຫາ, ກ​ຣາ​ຟ​ຟິກ, ຮູບ​ພາບ (ນິ່ງ ແລະ ເຄື່ອນ​ໄຫວ), ວີ​ດີ​ໂອ, ສຽງ ແລະ ເນື້ອ​ຫາ​ອື່ນໆ ("ເນື້ອ​ຫາ") ທີ່​ມີຢູ່​ໃນເວັບໄຊ ຫຼື ສົ່ງ​ຜ່ານ​ການ​ບໍ​ລິ​ການ​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍສິດທິ​ຊັບ​ສິນ​ທາງ​ປັນ​ຍາ, ລວມ​ທັງ​ເຄື່ອງ​ໝາ​ຍ​ທາງ​ການ​ຄ້າ, ລິ​ຂະ​ສິດ ແລະ ສິດ​ທິ​ຖານ​ຂໍ້ມູນ, ເຊິ່ງ​ເປັນ​ເຈົ້າ​ຂອງ​ໂດຍພວກ​ເຮົາ ຫຼື ໄດ້​ໃຫ້​ອະ​ນຸ​ຍາດ​ແກ່​ພວກ​ເຮົາ. ທ່ານ​ເຫັນດີ​ທີ່​ຈະ​ບໍ່​ຂາຍ, ໃຫ້​ອະ​ນຸ​ຍາດ, ໃຫ້​ເຊົ່າ, ແກ້​ໄຂ, ແຈກ​ຢາຍ, ສຳ​ເນົາ, ຜະ​ລິດ​ຊ້ຳ, ສົ່ງ​ຕໍ່, ສະ​ແດງ​ສູ່​ສາ​ທາ​ລະ​ນະ, ເຜີຍ​ແຜ່, ປັບ​ໃຊ້ ຫຼື ສ້າງຜົນ​ງານ​ຮຽນ​ແບບ​ເນື້ອ​ຫາ​ໃດ​ໜຶ່ງໃນ​ເວັບ​ໄຊອື່ນໃດ​ໜຶ່ງ ຫຼື ໃນ​ສະ​ພາບ​ແວດ​ລ້ອມ​ຄອມ​ພິວ​ເຕີ​ໃນ​ເຄືອ​ຂ່າຍ​ເພື່ອ​ຈຸດ​ປະ​ສົງ​ໃດ​ໜຶ່ງ, ບັນ​ທຶກ​ຕາມ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ພາຍ​ໃຕ້ຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້.

 

ທ່ານ​ອາດ​ຈະ​ເລືອກ ຫຼື ພວກ​ເຮົາ​ອາດ​ຈະ​ເຊີນ​ທ່ານ​ໃຫ້​ສົ່ງ​ຄວາມ​ຄິດ​ເຫັນ ຫຼື ແນວຄວາມ​ຄິດ​ກ່ຽວ​ກັບ​ການ​ປັບ​ປຸງ​ການ​ບໍ​ລິ​ການ ຫຼື ເວັບໄຊ ("ຄວາມ​ຄິດ​ເຫັນ"). ຖ້າ​ຫາກ​ທ່ານ​ສົ່ງ​ຄວາມ​ຄິດ​ເຫັນ​ໃຫ້​ພວກ​ເຮົາ, ພວກ​ເຮົາ​ຈະຖື​ວ່າ​ການ​ສົ່ງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ເປັນ​ການ​ສະ​ໝັກ​ໃຈ ແລະ ສົ່ງ​ຫາ​ພວກ​ເຮົາ​ໂດຍ​ບໍ່​ມີ​ຂໍ້​ຈຳກັດ​ໃດໆ​ຕໍ່​ການ​ນຳ​ໃຊ້​ຄວາມ​ຄິດ​ເຫັນ​ຂອງ​ພວກ​ເຮົາ. ນອກນັ້ນ, ທ່ານ​ຍັງ​ເຫັນ​ດີ​ວ່າ Olam ບໍ່​ໄດ້​ມີ​ອຳ​ນາດ ຫຼື ພັນ​ທະ​ອື່ນໆ​ຕໍ່​ທ່ານ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຄິດ​ເຫັນ​ທີ່​ທ່ານ​ໄດ້​ສົ່ງ​ຫາ​ພວກ​ເຮົາ ແລະ ພວກ​ເຮົາ​ມີ​ອິດ​ສະ​ລະ​ໃນ​ການ​ນຳ​ໃຊ້​ຄວາມ​ຄິດ​ເຫັນ ຫຼື ແນວຄວາມ​ຄິດ​ຂອງ​ທ່ານ​ທີ່ສະ​ແດງ​ໃນ​ຄວາມຄິດ​ເຫັນ​ໂດຍບໍ່​ຕ້ອງ​ສະ​ແດງ​ທີ່​ມາ ຫຼື ໃຫ້​ຄ່າ​ຕອບ​ແທນ​ໃດໆ​ແກ່​ທ່ານ.

 

3.       ຂໍ້​ຈຳ​ກັດ​ການ​ນຳ​ໃຊ້

 

ທ່ານບໍ່​ຄວນ ແລະ ທ່ານ​ຕ້ອງບໍ່​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນອື່ນ​ໃດໜຶ່ງນຳ​ໃຊ້ເວັບໄຊ ແລະ/ຫຼື ບໍ​ລິ​ການ ຫຼື ເນື້ອ​ຫາ​ໃດໆ, ບໍ່ວ່າ​ທາງ​ກົງ ຫຼື ທາງ​ອ້ອມ:

  • ເວັ້ນ​ເສຍ​ແຕ່​ວ່າ​ມັນ​ໄດ້​ຮັບ​ອະ​ນຸ​ຍາດ​ຢ່າງ​ຊັດ​ເຈນ​ຕາມ​ກົດ​ໝາຍ ຫຼື ຕາມ​ການ​ອະ​ນຸ​ຍາດ​ພາຍ​ໃຕ້ຂໍ້​ກຳ​ນົດ​ການ​ນຳ​ໃຊ້, ການ​ເຊົ່າ, ການ​ປ່ອຍ​ເຊົ່າ, ການ​ອະ​ນຸ​ຍາດ​ຍ່ອຍ, ສຳ​ເນົາ, ແກ້​ໄຂ, ປັບ​ໃຊ້, ຄວບ​ເຂົ້າ​ກັນ, ແປ, ແກ້ໄຂ​ທາງວິ​ສະ​ວະ​ກຳ, ຖອດ​ລະ​ຫັດ, ຖອດມ້າງ, ແກ້​ໄຂ​ຂໍ້​ຂັດ​ຂ້ອງ ຫຼື ສ້າງວຽກ​ທີ່​ຄື​ກັນ​ໂດຍ​ອີງ​ຕາມ​ບາງ​ສ່ວນ ຫຼື ທຸກ​ສ່ວນ​ຂອງເວັບ​ໄຊ ຫຼື ບໍ​ລິ​ການ;

 

  •  ການ​ລຶບ​ເຄື່ອງ​ໝາຍ​ການ​ຄ້າ, ແຈ້ງ​ການ​ກ່ຽວ​ກັບ​ລິ​ຂະສິດ ຫຼື ແຈ້ງ​ການ​ກ່ຽວ​ກັບຄວາມ​ເປັນ​ເຈົ້າ​ຂອງອື່ນໆ​ຂອງ Olam ຫຼື ຂອງ​ຜູ້​ໃຊ້​ງານ​ຄົນ​ອື່ນ;

 

  •  ເວັ້ນ​ເສຍ​ແຕ່​ວ່າ​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ອັນ​ເໝາະ​ສົມ​ຂອງ​ທ່ານ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ), ເຊົ່າ, ປ່ອຍ​ເຊົ່າ, ແຈກ​ຢາຍ, ຂາຍ​ຄືນ ຫຼື ນຳໃຊ້​ບໍ​ລິ​ການເພື່ອຈຸດ​ປະ​ສົງ​ທາງ​ການ​ຄ້າ​ອື່ນໆ;

 

  • ເວັ້ນ​ເສຍ​ແຕ່​ວ່າ​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ອັນ​ເໝາະ​ສົມ​ຂອງ​ທ່ານ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ), ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳທີ່​ຂັດ​ຂວາງ ຫຼື ລົບ​ກວນ​ບໍ​ລິ​ການ ຫຼື ເວັບໄຊ;

 

  •  ອັບ​ໂຫຼດ​ຄວາມ​ຄິດ​ເຫັນ ຫຼື ຄວາມ​ຄິດ​ທີ່​ລະ​ເມີດ ຫຼື ຝ່າ​ຝືນ​ສິດ​ໃນ​ການ​ເຜີຍ​ແຜ່, ຄວາມ​ເປັນ​ສ່ວນ​ຕົວ, ລິ​ຂະ​ສິດ, ເຄື່ອງ​ໝາຍ​ທາງ​ການ​ຄ້າ ຫຼື ສິດຕໍ່ຊັບ​ສິນ​ທາງ​ປັນ​ຍາອື່ນໆ;

 

  • ລະ​ເມີດ​ກົດ​ໝາຍນຳໃຊ້, ກົດ​ລະ​ບຽບ, ຂໍ້​ກຳ​ນົດ, ມາດ​ຕະ​ຖານ ແລະ ຂໍ້​ກຳ​ນົດ​ສິດທີ່​ກ່ຽວ​ຂ້ອງກັບ​ການ​ນຳ​ໃຊ້ເນື້ອ​ຫາ​ຂອງ​ທ່ານ​ຕາມ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ຫຼື ການ​ເຂົ້າ​ເຖິງ​ບໍ​ລິ​ການ ("ກົດ​ໝາຍ​ນຳໃຊ້");

 

  • ນຳ​ໃຊ້​ບໍ​ລິ​ການ ຫຼື ເນື້ອ​ຫາ​ໃດ​ໜຶ່ງທີ່​ເປັນ​ການ​ລະ​ເມີດ ຫຼື ເພື່ອຫຼີ​ກ​ລ່ຽງ​ການຂວັ້ມບາດ ຫຼື ການ​ສັ່ງ​ຫ້າມ;

 

  • ນຳ​ໃຊ້​ບໍ​ລິ​ການ ຫຼື ເນື້ອ​ຫາ​ໃດ​ໜຶ່ງເພື່ອ​ຈຸດ​ປະ​ສົງ​ທີ່ບໍ່​ໄດ້​ກຳ​ນົດ ຫຼື ຕັ້ງ​ໃຈ​ໄວ້;

 

  • ເວັ້ນ​ເສຍ​ແຕ່​ວ່າ​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ອັນເໝາະ​ສົມ​ຂອງ​ທ່ານ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ), ນຳ​ໃຊ້​ບໍ​ລິ​ການ ຫຼື ເນື້ອ​ຫາ​ໃດ​ໜຶ່ງ​ເພື່ອ​ສ້າງ ຫຼື ໂຄ​ສະ​ນາ​ສິນ​ຄ້າ, ບໍ​ລິ​ການ ຫຼື ຊອບ​ແວ​ທີ່​ແຂ່ງຂັນກັນບໍ່​ວ່າ​ທາງ​ກົງ ຫຼື ທາງ​ອ້ອມ ຫຼື ອີກ​ທາງ​ໜຶ່ງ​ເປັນການ​ແທນ​ທີ່​ການ​ບໍ​ລິ​ການ.

 

  • ນຳ​ໃຊ້​ບໍ​ລິ​ການ​ເພື່ອ​ສົ່ງ, ເຜີຍ​ແຜ່ ຫຼື ສື່​ສານ​ເນື້ອ​ຫາ​ທີ່​ລ່ວງ​ລະ​ເມີດ, ອະ​ນາ​ຈານ, ຂົ່ມ​ຂູ່, ຄຸກ​ຄາມ, ດູ​ຖູກ, ໝິ່ນ​ປະ​ມາດ, ລ່ວງ​ລະ​ເມີດ, ດູ​ໝິ່ນ, ໃສ່​ຮ້າຍ​ປ້າຍ​ສີ, ຫຼອກ​ລວງ, ສໍ້​ໂກງ, ລາມົກ ຫຼື ການ​ແບ່ງ​ເຊື້ອ​ຊາດ, ຈຳ​ແນກ​ທາງ​ດ້ານ​ຊົນ​ເຜົ່າ ຫຼື ເປັນທີ່​ໜ້າ​ລັງ​ກ​ຽດ;

 

  • ນຳ​ໃຊ້​ເຄື່ອງ​ຂູດ, ຫຸ່ນ​ຍົນ, ບອດ, ໂປ​ຣ​ແກ​ຣມ​ຮວບ​ຮວມ​ຂໍ້​ມູນ ຫຼື ອຸ​ປະ​ກອນອັດ​ຕະ​ໂນ​ມັດ​ອື່ນໆ ຫຼື ຕັ້ງ​ໃຈ​ທີ່​ຈະ​ເຂົ້າ​ເຖິງ, ຄອບ​ຄອງ, ສຳ​ເນົາ ຫຼື ຄວບ​ຄຸມ​ການ​ບໍ​ລິ​ການ​ບາງ​ສ່ວນ ຫຼື ຂໍ້ມູນ ຫຼື ເນື້ອ​ຫາ​ທີ່​ພົບ ຫຼື ເຂົ້າ​ເຖິງ​ຜ່ານ​ບໍ​ລິ​ການ;

 

  • ເກັບເອົາຂໍ້​ມູນທີ່​ກ່ຽວ​ກັບ​ຜູ້​ໃຊ້​ງານ​ສຸດ​ທ້າຍ​ອື່ນໆ​ໂດຍ​ປາ​ສະ​ຈາກ​ຄວາມ​ຍິນຍອມ​ຂອງ​ພວກ​ເຂົາ; ຫຼື

 

  • ຮັບເອົາ ຫຼື ພະ​ຍາ​ຍາມ​ຮັບເອົາ​ການ​ເຂົ້າ​ເຖິງ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ບາງ​ສ່ວນ​ຂອງເວັບ​ໄຊ ແລະ/ຫຼື ການ​ບໍ​ລິ​ການ ຫຼື ຂໍ້​ມູນທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ອື່ນໃດ​ໜຶ່ງ​, ຜ່ານ​ວິ​ທີ​ການ​ໃດໆທີ່ບໍ່ໄດ້ຕັ້ງ​ໃຈ​ໃຫ້​ໂດຍ​ພວກ​ເຮົາ​ສຳ​ລັບ​ການ​ນຳ​ໃຊ້​ສະ​ເພາະ​ຂອງ​ທ່ານ.

 

4.       ບັນຊີຜູ້​ໃຊ້

 

ບໍ​ລິ​ການ​ບາງ​ຢ່າງ​ທີ່​ອາດ​ຈະ​ມີ​ໃຫ້​ໃນ​ເວັບໄຊທີ່​ອາດ​ຈະ​ກຳ​ນົດ​ໃຫ້​ສ້າງ​ບັນ​ຊີ​ກັບ​ພວກ​ເຮົາ ຫຼື ສຳ​ລັບ​ທ່ານ​ເພື່ອໃຫ້​ທ່ານ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ. ຖ້າ​ຫາກ​ທ່ານ​ຂໍສ້າງ​ບັນ​ຊີ​ກັບ​ພວກ​ເຮົາ, ຊື່​ຜູ້​ໃຊ້ ແລະ ລະ​ຫັດ​ຜ່ານຈະ​ຖືກຈັດ​ການໂດຍທ່ານ ແລະ ຍອມຮັບ​ໂດຍ​ພວກ​ເຮົາ​ໃນ​ການ​ຕັດ​ສິນ​ໃຈ​ຕາມ​ດຸ​ນ​ພິ​ນິດທັງ​ໝົດ ແລະ ພຽງ​ຜູ້​ດຽວ​ຂອງ​ພວກ​ເຮົາທີ່​ກ່ຽວ​ຂ້ອງ​ກັບ​ການ​ນຳໃຊ້​ບໍ​ລິ​ການ ແລະ/ຫຼື ເຂົ້າ​ເຖິງເວັບ​ໄຊທີ່​ກ່ຽວ​ຂ້ອງ. ທ່ານ​ຮັບ​ຜິດ​ຊອບ​ຕໍ່​ກັບ​ກິດ​ຈະ​ກຳໃນ​ໜຶ່ງໃນບັນ​ຊີ​ຂອງ​ທ່ານ​ແຕ່​ພຽງ​ຜູ້​ດຽວ ແລະ ພວກ​ເຮົາ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ການ​ກະ​ທຳ ຫຼື ການ​ປະ​ປ່ອຍ​ໃດໆ​ຂອງ​ທ່ານ​ທີ່​ກ່ຽວຂ້ອງ​ກັບ​ບັນ​ຊີ​ຂອງ​ທ່ານ. ດ້ວຍ​ການ​ຕັດ​ສິນ​ໃຈ​ຕາມ​ດຸນ​ພິ​ນິດ ແລະ ພຽງ​ຜູ້​ດຽວ, ໃນ​ບາງ​ຄັ້ງ​ພວກ​ເຮົາ​ອາດ​ຈະຂໍ​ໃຫ້​ທ່ານ​ອັບ​ໂຫຼດ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ ຫຼື ເຮັດ​ໃຫ້ຊື່​ຜູ້​ໃຊ້ ແລະ/ຫຼື ລະ​ຫັດ​ຜ່ານ​ເປັນ​ໂມ​ຄະ​ໂດຍ​ທັນ​ທີໂດຍ​ປາ​ສະ​ຈາກ​ການ​ໃຫ້​ເຫດ​ຜົນ ຫຼື ແຈ້ງ​ການ​ລ່ວງ​ໜ້າ ແລະ ບໍ່​ຮັບ​ຜິດ​ຊອບ ຫຼື ມີ​ພັນ​ທະ​ຕໍ່​ກັບ​ຄວາມ​ສູນ​ເສຍ​ທີ່​ໄດ້​ພົບ​ໂດຍ ຫຼື ເກີດ​ຈາກ​ທ່ານ ຫຼື ທີ່​ເກີດ​ຂຶ້ນຈາກ ຫຼື ​ກ່ຽວ​ຂ້ອງ​ກັບ ຫຼື ດ້ວຍ​ເຫດຜົນ​ຂອງ​ການ​ຂໍ ຫຼື ເຮັດ​ໃຫ້​ເປັນ​ໂມ​ຄະ.

 

ທ່ານ​ຕົກ​ລົງ​ທີ່​ຈະ​ປ່ຽນ​ລະ​ຫັດ​ຜ່ານ​ຂອງ​ທ່ານ​ໃນ​ບາງ​ຄັ້ງ ແລະ ເພື່ອຮັກ​ສາ​ຊື່​ຜູ້​ໃຊ້ ແລະ ລະ​ຫັດ​ຜ່ານ​ໃຫ້​ເປັນ​ຄວາມ​ລັບ ແລະ ຮັບ​ຜິດ​ຊອບ​ຕໍ່​ກັບ​ຄວາມ​ປອດ​ໄພ​ຂອງ​ບັນ​ຊີ​ທ່ານ​ແຕ່​ພຽງ​ຜູ້​ດຽວ ແລະ ຮັບ​ຜິດ​ຊອບ​ຕໍ່​ກັບ​ການ​ເປີດ​ເຜີຍ ຫຼື ນຳ​ໃຊ້ (ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸຍາດ ຫຼື ບໍ່) ຊື່​ຜູ້​ໃຊ້ ແລະ/ຫຼື ລະ​ຫັດ​ຜ່ານ. ທ່ານ​ຈະ​ແຈ້ງ​ພວກ​ເຮົາ​ທັນ​ທີ, ຖ້າ​ຫາກ​ທ່ານ​ຮູ້ສຶກວ່າ ຫຼື ມີ​ເຫດ​ຜົນ​ທີ່​ສົງ​ໄສວ່າ​ຄວາມ​ລັບ​ຂອງ​ຊື່​ຜູ້​ໃຊ້ ແລະ/ຫຼື ລະ​ຫັດ​ຜ່ານ​ຖືກ​ກໍ່​ກວນ ຫຼື ຖ້າ​ຫາກ​ມີ​ການ​ນຳ​ໃຊ້​ຊື່​ຜູ້​ໃຊ້ ແລະ/ຫຼື ລະ​ຫັດ​ຜ່ານ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຫຼື ຖ້າ​ຫາກ​ມີ​ການ​ຂໍ​ໃຫ້​ອັບ​ເດດ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ.

 

ທ່ານ​ເຫັນ​ດີ ແລະ ຮັບ​ຮູ້​ວ່າ​ທ່ານ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກັບ​ທຸກ​ຄົນ​ທີ່ໃຊ້​ບໍ​ລິ​ການ ແລະ/ຫຼື ເຂົ້າ​ເຖິງເວັບ​ໄຊຜ່ານ​ບັນ​ຊີ​ຂອງ​ທ່ານ. ນອກ​ຈາກນັ້ນ, ທ່ານ​ຍັງ​ເຫັນ​ດີ ແລະ ຍອມ​ຮັບ​ວ່າ​ທ່ານ​ຈະ​ຜູກ​ມັດຕາ ແລະ ເຫັນ​ດີ​ທີ່​ຈະ​ຊົດ​ໃຊ້​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ພວກ​ເຮົາ​ຢ່າງ​ເຕັມ​ທີ່​ອັນ​ເນື່ອງ​ມາຈາກ​ຄວາມ​ສູນ​ເສຍ​ໃດໜຶ່ງ​ຕໍ່​ກັບ​ການ​ໃຊ້​ບໍ​ລິ​ການ ແລະ/ຫຼື ການ​ເຂົ້າ​ເຖິງເວັບ​ໄຊ​ຜ່ານ​ບັນ​ຊີ​ຂອງ​ທ່ານ, ເວັ້ນ​ເສຍ​ແຕ່​ການ​ນຳ​ໃຊ້ ຫຼື ເຂົ້າ​ເຖິງ​ດັ່ງ​ກ່າວ​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ທ່ານ​ຢ່າງ​ເໝາະ​ສົມ (ຖ້າ​ຫາກ​ທ່ານ​ເປັ​ນ​ລູກ​ຈ້າງ).

 

5.       ສິດຕໍ່ຊັບ​ສິນ​ທາງ​ປັນ​ຍາ

 

ສິດຕໍ່ຊັບ​ສິນ​ທາງ​ປັນ​ຍາທັ​ງ​ໝົດ​ໃນເວັບ​ໄຊ ແລະ ບໍ​ລິ​ການຂອງ​ພວກ​ເຮົາ ແລະ ໃນ​ເນື້ອ​ຫາ​ແມ່ນ​ພວກ​ເຮົາ, ຜູ້​ອະ​ນຸ​ມັດ ຫຼື ຜູ້​ໃຫ້​ບໍ​ລິ​ການ​ຂອງ​ພວກ​ເຮົາເປັນ​ເຈົ້າ​ຂອງ, ໄດ້​ຮັບ​ອະ​ນຸ​ຍາດ ຫຼື ຄວບ​ຄຸມ. ວຽກເຫຼົ່າ​ນັ້ນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍ​ກົດ​ໝາຍ​ລິ​ຂະ​ສິດ ແລະ ສົນ​ທິ​ສັນ​ຍາ​ທົ່ວ​ໂລກ ແລະ ພວກ​ເຮົາ​ສະ​ຫງວນ​ລິ​ຂະ​ສິດ​ໃນ​ການ​ບັງ​ຄັບ​ໃຊ້​ຊັບ​ສິນ​ທາງ​ປັນ​ຍາຂອງ​ມັນ​ຕາມ​ຂອບ​ເຂດ​ສູງ​ສຸດ​ຂອງ​ກົດໝາຍ. ສະ​ຫງວນ​ລິ​ຂະສິດ​ດັ່ງ​ກ່າວ​ທັງ​ໝົດ.

 

ໃບ​ອະ​ນຸ​ຍາດ​ການ​ໃຊ້​ງານ​ຂອງ​ຕົນ​ເອງ

 

ພວກ​ເຮົາ​ໃຫ້​ສິດ​ສ່ວນ​ບຸກ​ຄົນ, ບໍ່​ພິ​ເສດ, ບໍ່​ສາ​ມາດ​ໂອນ​ໄດ້, ຖອນ​ໄດ້, ຈຳ​ກັດແກ່​ທ່ານ (ໂດຍ​ປາ​ສະ​ຈາກ​ສິດ​ໃຫ້​ການ​ອະ​ນຸ​ຍາດ​ຍ່ອຍ) ໃນ​ການ​ເຂົ້າ​ເຖິງ ແລະ ໃຊ້​ເວັບໄຊເພື່ອຈຸດ​ປະ​ສົງ​ໃນ​ການ​ໃຊ້​ບໍ​ລິ​ການ ຫຼື ເພື່ອຈຸດ​ປະ​ສົງ​ທາງ​ທຸ​ລະກິດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ.

 

ພາຍ​ໃ​ຕ້​ຂໍ້​ທີ 20 ແລະ ເອ​ກະ​ສານ​ຊ້ອນ​ທ້າຍ A ຂອງ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້ ແລະ ຍົກ​ເວັ້ນຕາມທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເໝາະ​ສົມ​ຂອງ​ທ່ານ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ), ທ່ານ​ອາດ​ຈະພິມ​ສະບັບ​ສຳ​ເນົາອອກ ແລະ ອາດ​ຈະ​ດາວ​ໂຫຼດ​ເນື້ອ​ຫາ​ຄັດ​ກອງ​ໃດໜຶ່ງເພື່ອການ​ນຳ​ໃຊ້​ທາງ​ທຸ​ລະ​ກິດ ແລະ ສ່ວນ​ຕົວ ແລະ ທ່ານ​ອາດ​ຈະ​ດຶງເອົາ​ຄວາມ​ສົນ​ໃຈ​ຂອງ​ຄົນ​ອື່ນຈາກທາງນອກ ຫຼື ພາຍ​ໃນ​ອົງ​ກອນ​ຂອງ​ທ່ານໄປ​ຫາ​ເນື້ອ​ຫາ​ດັ່ງ​ກ່າວ, ໂດຍທີ່​ທ່ານບໍ່​ໄດ້​ແກ້​ໄຂ​ສະ​ບັບ​ສຳ​ເນົາ​ທາງດິ​ຈິຕອນ ຫຼື ທາງ​ເອ​ກະ​ສານ​ຂອງ​ເນື້ອ​ຫາ​ທີ່​ທ່ານ​ໄດ້ພິມອອກ ຫຼື ດາວ​ໂຫຼດ​ໃນ​ຊ່ອງ​ທາງ​ໃດ​ໜຶ່ງ ແລະ ທ່ານ​ຕ້ອງບໍ່​ໃຊ້ພາບ​ປະ​ກອບ, ຮູບ​ພາບ, ວິ​ດີ​ໂອ ຫຼື ສຽງ ຫຼື ກ​ຣາ​ຟ​ຟິກ​ໃດໆ​ທີ່​ແຍກ​ຈາກ​ຂໍ້​ຄວາມ​ທີ່ໃຫ້ມານຳ.

 

ສະ​ຖາ​ນະ​ຂອງ​ພວກ​ເຮົາ (ແລະ ຜູ້​ເຂົ້າ​ຮ່ວມ​ທີ່ລະ​ບຸໄດ້​ໃດ​ໜຶ່ງ) ໃນ​ຖາ​ນະ​ຜູ້​ຂຽນ​ເນື້ອ​ຫາ​ໃນ​ເວັບ​ໄຊຂອງ​ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ການຮັບ​ຮູ້ສະ​ເໝີ.

 

ຖ້າ​ຫາກ​ທ່ານ​ພິມອອກ, ສຳ​ເນົາ ຫຼື ດາວ​ໂຫຼດ​ສ່ວ​ນ​ໃດ​ໜຶ່ງ​ຂອງ​ເວັບໄຊພວກ​ເຮົາ​ໂດຍ​ລະ​ເມີດຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້, ສິດ​ຂອງ​ທ່ານ​ໃນ​ການ​ນຳ​ໃຊ້ເວັບ​ໄຊຂອງ​ພວກ​ເຮົາຈະ​ສິ້ນ​ສຸດ​ລົງ​ທັນ​ທີ ແລະ ທ່ານ​ຕ້ອງສົ່ງ​ຄືນ ຫຼື ທຳ​ລາຍ​ເອ​ກະ​ສານ​ສະ​ບັບ​ສຳ​ເນົາ​ທີ່​ທ່ານ​ເຮັດ​ຂຶ້ນ​ຕາມທາງເລືອກ​ຂອງ​ພວກເຮົາ.

 

ທ່ານບໍ່​ມີ​ສິດ, ລວມ​ທັງ​ການ​ກ່າວ​ອ້າງ​ຕໍ່​ກັບ​ຊັບ​ສິນ​ທາງ​ປັນ​ຍາ ຫຼື ສິດ​ຕໍ່​ກັບ​ຊັບ​ສິນ​ອື່​ນໆ​ໃນ​ເວັບໄຊ ແລະ ພວກ​ເຮົາ​ຂໍ​ສະ​ຫງວນ​ສິດ​ທັງ​ໝົດ​ທີ່​ໄດ້​ມອບ​ໃຫ້​ແກ່​ທ່ານ​ຢ່າງ​ຊັດ​ແຈ້ງ, ເວັ້ນ​ເສຍ​ແຕ່​ວ່າ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ແກ່​ທ່ານ​ຢ່າງ​ຊັດ​ເຈນ​ພາຍ​ໃຕ້ຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້. ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ນຳ​ໃຊ້​ທຸກ​ຢ່າງ​ໃນ​ເວ​ລາ​ທີ່​ໃຊ້ເວັບ​ໄຊ, ພ້ອມ​ທັງ​ລິ​ຂະ​ສິດ, ເຄື່ອງ​ໝາຍການ​ຄ້າ ຫຼື ແຈ້ງ​ການ​ທາງ​ກົດ​ໝາຍ ຫຼື ຂໍ້​ຫ້າມ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ.

 

ໃບ​ອະ​ນຸ​ຍາດ​ການ​ນຳ​ໃຊ້​ທາງ​ການ​ຄ້າ

 

ຂໍ້ນີ້​ນຳ​ໃຊ້​ກັບການນຳໃຊ້ໃດທີ່​ທ່ານ​ຕ້ອງ​ການ​ສ້າງ​ເນື້ອ​ຫາ​ນອກ​ເໜືອ​ຈາກ​ໃບ​ອະ​ນຸ​ຍາດ​ການ​ໃຊ້​ງານ​ຂອງ​ຕົນ​ເອງທີ່​ໄດ້​ໃຫ້​ອະ​ນຸ​ຍາດຢູ່ຂ້າງ​ເທິງ. ຫາກ​ທ່ານ​ຕ້ອງ​ການ​ເອົາ, ຜະ​ລິດ, ຜະ​ລິ​ດ​ຊ້ຳ, ປ່ຽນ​ແປງ, ຈັດ​ລຽງ, ແປ, ສົ່ງ, ແກ້​ໄຂ, ແບ່ງ​ປັນ, ແປ​ຄືນ ຫຼື ສ້າງ​ເນື້ອ​ຫາ​ທີ່​ຄ້າຍ​ຄື​ກັນ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ຄ້າ (“ເນື້ອ​ຫາດັດ​ແປງ”), ລວມ​ເອົາ​ການ​ແຈກ​ຢາຍ ຫຼື ເຜີຍ​ແຜ່​ເນື້ອ​ຫາ​ດັດ​ແປງ​ດັ່ງ​ກ່າວໃນ​ເວັບ​ໄຊ, ແອັບ, ອີ​ເມວ ຫຼື ສິ່ງ​ພິມ​ຢ່າງ​ເປັນ​ທາງ​ການ​ຂອງ​ອົງ​ກອນ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງນັ້ນ (“ສື່​ທີ່​ໄດ​ຮັບ​ອະ​ນຸ​ຍາດ”) ຂອງ​ທ່ານ, ກ່ອນ​ອື່ນ ທ່ານ​ຕ້ອງ​ໄດ້​ຮັບ​ການຍິນຍອມ​ເປັນ​ລາຍ​ລັກ​ອັກ​ສອນ​ຢ່າງ​ຊັດ​ເຈນ​ຈາກ​ພວກ​ເຮົາ​ກ່ອນ​ດຳ​ນານ​ການ​ສິ່ງນັ້ນ (“ໃບ​ອະ​ນຸ​ຍາດ​ການ​ໃຊ້​ງານ​ທາງ​ການ​ຄ້າ”) ໂດຍ​ຕິດ​ຕໍ່​ຫາ [insert Product-owner email address] ພ້ອມ​ກັບ​ຄຳ​ຂໍ​ຂອງ​ທ່ານ.

 

ຄຳ​ຮ້ອງ​ຂໍ​ຂອງ​ທ່ານຕ້ອງ​ມີ:

  • ເອ​ກະ​ສານ​ຊີ້​ແຈງ​ຈຸດ​ປະ​ສົງທີ່​ທ່ານ​ຕ້ອງ​ການໃຊ້​ເນື້ອ​ຫາ​ດັດ​ແປງ​ໃດ​ໜຶ່ງ; ແລະ
  • ລາຍ​ການ​ຂອງ​ໝວດ​ໝູ່​ເນື້ອ​ຫາ​ທີ່​ມີຕົວລິ້ງນຳ​ໄປ​ສູ່​ເນື້ອ​ຫາສະ​ເພາະ (hyperlinks) ຫຼື ພາບ​ໜ້າ​ຈໍ (ຖ້າ​ມີ) ຂອງ​ເນື້ອ​ຫາ​ທີ່​ທ່ານ​ຕ້ອງ​ການ​ໃຫ້​ເປັນເນື້ອ​ຫາ​ດັດ​ແປງ (“ຂໍ້​ມູນ​ທີ່​ອະ​ນຸ​ຍາດ​ໃຫ້​ໄດ້”).

 

ພວກ​ເຮົາ​ຈະ​ພິ​ຈາ​ລະ​ນາ​ຄຳ​ຂໍ​ຂອງ​ທ່ານ​ໂດຍ​ຄຳ​ນຶງ​ເຖິງ​ສ່ວນ​ອື່ນໆວ່າ​ຂໍ້​ມູນ​ທີ່​ອະນຸ​ຍາດ​ໃຫ້​ໃຊ້​ລິ​ຂະ​ສິດ​ໄດ້​ດັ່ງ​ກ່າວນັ້ນພວກ​ເຮົາ​ໄດ້​ເປັນ​ເຈົ້າ​ຂອງ, ໄດ້​ຮັບ​ອະ​ນຸ​ຍາດ ແລະ/ຫຼື ມີ​ຂໍ້​ມູນ​ສ່ວນ​ຕົວຫຼືບໍ່. ໃນ​ຂອບ​ເຂດ​ພຽງ​ແຕ່ທີ່​ພວກ​ເຮົາ​ອະ​ນຸ​ຍາດ​ໃຫ້​ການ​ຍິນຍອມ​ຂອງ​ພວກ​ເຮົາ​ແກ່​ທ່ານ​ພາຍ​ໃຕ້​ເອ​ກະ​ສານ​ເປັນ​ລາຍ​ລັກ​ອັກ​ສອນ​ລະ​ບຸ​ໄວ້​ຊັດ​ເຈນ​ວ່າເປັນ “ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ທາງ​ການ​ຄ້າ” ໂດຍ​ອ້າງ​ອີງ​ເຖິງ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ເຫຼົ່າ​ນີ້​ເທົ່າ​ນັ້ນ​ເພື່ອນຳ​ໃຊ້​ບາງ​ສ່ວນ ຫຼື ທຸກ​ສ່ວນ​ຂອງ​ຂໍ້​ມູນ​ທີ່​ອະ​ນຸ​ຍາດໃຫ້​ໄດ້ (“ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ”) ສຳ​ລັບ​ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ (“ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ”), ເວັ້ນ​ແຕ່​ມີ​ການ​ຕົກ​ລົງ​ເປັນ​ຢ່າງ​ອື່ນ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ, ພວກ​ເຮົາ​ຈະ​ໃຫ້​ໃບ​ອະ​ນຸຍາດທົ່ວ​ໂລກ, ບໍ່​ສະ​ເພາະ​ເຈາະ​ຈົງ, ບໍ່​ສາ​ມາດ​ຖ່າ​ຍ​ໂອນ, ເພີກ​ຖອນໄດ້ສຳ​ລັບ​ຂໍ້​ກຳ​ນົດ​ສະ​ເພາະທີ່​ໄດ້​ລະ​ບຸ​ໄວ້​ໃນ​ສື່​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ພາຍ​ໃຕ້ເງື່ອນ​ໄຂ​ດັ່ງ​ຕໍ່​ໄປ​ນີ້:

 

  • ທ່ານ​ຈະ​ປະ​ຕິ​ບັດ​ຕາມ​ຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້, ລວມ​ເອົາ​ຂໍ້​ກຳ​ນົດ​ເພີ່ມ​ເຕີມ​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ທີ່​ເປັນ​ຂໍ້​ມູນ​ສ່ວນ​ຕົວ, ຖ້າ​ມີ;
  • ທ່ານ​ຈະ​ໃຊ້​ຖະ​ແຫຼງ​ການ​ຄວາມ​ເປັນ​ເຈົ້າ​ຂອງ​ກ່ອນ​ການ​ເຫັນ​ດີ​ເພື່ອຍອມ​ຮັບ​ສະ​ຖາ​ນະ​ຂອງ​ພວກ​ເຮົາ (ແລະ ຂອງ​ຜູ້​ຮ່ວມ​ໃຫ້​ຂໍ້​ມູນ​ທີ່​ໄດ້​ລະ​ບຸ) ໃນ​ຖາ​ນະ​ເປັນ​ຜູ້​ຂຽນ​ເນື້ອ​ຫາ​ພື້ນ​ຖານ, ຕາມ​ຄວາມ​ເໝາະ​ສົມ;
  • ທ່ານ​ຈະ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ການ​ປົກ​ປ້ອງ​ຄວາມ​ນິ​ຍົມ ແລະ ຊື່​ສຽງ​ທີ່​ກ່ຽວ​ຂ້ອງ​ກັບ Olam, ກຸ່ມ​ບໍ​ລິ​ສັດ​ຂອງ​ພວກ​ເຂົາ, ເວັບໄຊ ແລະ ບໍ​ລິ​ການ​ໃດໜຶ່ງ ແລະ ການ​ດຳ​ເນີນ​ການ ແລະ ການ​ຮັບ​ປະ​ກັນ​ທີ່​ການ​ນຳ​ໃຊ້​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງ​ທ່ານບໍ່​ຄວນ​ສ້າງ​ຄວາມ​ເສຍ​ຫາຍ, ຄວາມ​ສ່ຽງ ຫຼື ອັນຕະ​ລາຍ​ຕໍ່​ຄວາມ​ນິຍົມ ແລະ ຊື່​ສຽງ​ດັ່ງກ່າວ;
  • ທ່ານ​ຈະ​ສຳ​ເນົາ ຫຼື ກະ​ຈາຍ​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ພຽງ​ແຕ່ໃນ​ຂອບ​ເຂດ​ທີ່​ຈຳ​ເປັນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຕໍ່​ກັບ​ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ເທົ່າ​ນັ້ນ;
  • ທ່ານ​ຈະ​ບໍ່​ໃຊ້​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ຫຼື ເຄື່ອງ​ໝາຍ​ທາງ​ການ​ຄ້າ ຫຼື ຮູບ​ສັນ​ຍາລັກ​ໃນ​ສິ່ງ​ຫຸ້ມ​ຫໍ່​ຜະ​ລິດ​ຕະ​ພັນ ຫຼື ເພື່ອເປັນ​ການ​ສະ​ແດງ ຫຼື ການ​ກ່າວ​ອ້າງກ່ຽວ​ກັບ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ​ຂອງ​ທ່ານ​ໂດຍ​ປາ​ສະ​ຈາກ​ການ​ຍິນຍອມ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຊັດ​ເຈນ, ແຍກ​ຕ່າງ​ຫາກ​ຈາກ​ພວກ​ເຮົາ;
  •  ທ່ານ​ຈະ​ບໍ່ອະ​ນຸ​ຍາດ​ໃຫ້​ພາກ​ສ່ວນທີ​ສາມນຳ​ໃຊ້ ຫຼື ເຜີຍແຜ່​ຊ້ຳ​ກ່ຽວ​ກັບ​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ລັບ​ຈຸດ​ປະ​ສົງ​ທາງ​ການ​ຄ້າ​ຂອງ​ພວກ​ເຂົາ ແລະ ເພື່ອ​ຮັບ​ປະ​ກັນຂໍ້​ກຳ​ນົດ​ການ​ນຳ​ໃຊ້​ທີ່​ເໝາະ​ສົມ​ໃນ​ສື່​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ປ້ອງ​ກັນ​ການ​ໃຊ້ ແລະ ຖ່າຍໂອນ​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍ​ບຸກ​ຄົນ​ພາຍນອກສຳລັບ​ຈຸດ​ປະ​ສົງ​ທາງ​ການ​ຄ້າ​ໂດຍ​ປາ​ສະ​ຈາກ​ການ​ຍິນຍອມ​ເປັນ​ລາຍ​ລັກ​ອັກ​ສອນ​ຂອງ​ພວກ​ເຮົາ; ແລະ
  • ເມື່ອ​ຂໍ້​ກຳ​ນົດ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ສິ້ນ​ສຸດ ຫຼື ໝົດ​ອາ​ຍຸ​ໃນ​ລະ​ຫວ່າງ​ທີ່​ທ່ານ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ໃຫນຳ​ໃຊ້​ທາງ​ການ​ຄ້າ, ໂດຍ​ທັນ​ທີທ່ານ​ຈະ (i) ຢຸດ​ການ​ນຳ​ໃຊ້​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ, (ii) ໃຊ້​ຄວາມ​ພະ​ຍາ​ຍາມຢ່າງເຕັມ​ທີ່​ໃນ​ການກູ້​ຄືນສິ່ງ​ພິມ​ທີ່​ໄດ້​ເຜີຍ​ແຜ່​ໂດຍ​ການ​ນຳ​ໃຊ້​ຂໍ້​ມູນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ (iii) ທຳ​ລາຍ​ສິ່ງ​ພິມ​ທັງ​ໝົດ ແລະ ໃຫ້ຫຼັກ​ຖານ​ການ​ທຳ​ລາຍ (ທີ່​ພວກ​ເຮົາ​ຍອມ​ຮັບ​ໄດ້) ແກ່ Olam (ໂອ​ລາມ).

 

ພວກ​ເຮົາ​ແນະ​ນຳ​ໃຫ້​ທ່ານ​ເບິ່ງ​ຂໍ້​ທີ 12 (ການ​ສິ້ນ​ສຸດ) ຢູ່ລຸ່ມນີ້, ເຊິ່ງ​ອະ​ທິ​ບາຍ​ໃຫ້​ຮູ້ເມື່ອ​ໃບ​ອະ​ນຸ​ຍາດ ຫຼື ການ​ອະ​ນຸ​ຍາດ​ໃດໆ​ທີ່​ມີ​ໃຫ້​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ໝົດ​ອາ​ຍຸ ຫຼື ສິ້ນ​ສຸດ​ລົງ.

 

6.       ຂໍ້​ມູນ​ພາກ​ສ່ວນ​ທີສາມ

 

ເນື້ອ​ຫາ​ບາງ​ຢ່າງ​ໃນ​ເວັບໄຊຂອງ​ພວກ​ເຮົາ​ແມ່ນ​ໄດ້​ໃຫ້​ອະ​ນຸ​ຍາດ​ແກ່​ທ່ານ​ໂດຍ​ກົງ​ຈາກ​ເຈົ້າ​ຂອງ ຫຼື ຜູ້​ອະ​ນຸ​ຍາດ​ເນື້ອ​ຫາ ແລະ​/ຫຼື ສິ່ງ​ພິມນັ້ນ (ຂໍ້​ມູນພາກ​ສ່ວນ​ທີ​ສາມ). ການ​ນຳ​ໃຊ້​ຂໍ້​ມູນ​ຂອງ​ພາກ​ສ່ວນທີ​ສາມນີ້​ແມ່ນ​ຢູ່​ພາຍໃຕ້ເງື່ອນ​ໄຂ ແລະ ຂໍ້​ກຳ​ນົດ​ອື່ນ​ທີ່​ໄດ້​ລະ​ບຸ​ໄວ້​ໂດຍ​ເຈົ້າ​ຂອງ ຫຼື ຜູ້​ໃຫ້​ອະ​ນຸ​ຍາດ​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ມູນ​ຂອງ​ພາກ​ສ່ວນ​ທີ​ສາມນັ້ນ. ຖ້າ​ມີຂໍ້​ກຳ​ນົດ​ເພີ່ມ​ເຕີມທີ່ກຳ​ນົດ​ຂໍ້​ມູນ​ພາກ​ສ່ວນ​ທີສາມ ແລະ ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂເພີ່ມ​ເຕີມທີ່​ມີ​ໃຫ້​ໃນ​ເວັບໄຊ​ທີ່​ກ່ຽວ​ຂ້ອງ. ການ​ນຳ​ໃຊ້​ຂໍ້​ມູນພາກ​ສ່ວນ​ທີ​ສາມ​ດັ່ງ​ກ່າວ​ຂຶ້ນຢູ່​ກັບ​ທ່ານວ່າ​ທ່ານ​ຈະ​ຍອມ​ຮັບຂໍ້​ກຳ​ນົດ​ການ​ນຳ​ໃຊ້​ເຫຼົ່າ​ນັ້ນ ແລະ ທ່ານ​ເຫັນ​ດີ​ປະຕິ​ບັດ​ຕາມ​ພວກ​ເຂົາ.

 

ການ​ອ້າງ​ອີງ​ໃດໜຶ່ງໃນເວັບໄຊຂອງ​ພວກ​ເຮົາ​ກັບ​ຂໍ້​ມູນ​ພາກ​ສ່ວນ​ທີ​ສາມ​ແມ່ນ​ມີ​ໃຫ້​ເພື່ອ​ເປັນ​ຂໍ້​ມູນ​ຂອງ​ທ່ານ​ເທົ່າ​ນັ້ນ. ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ຂໍ້​ມູນ​ພາ​ສ່ວນທີ​ສາມ ແລະ ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ຂໍ້​ມູນ​ເຫຼົ່າ​ນັ້ນ ຫຼື ຕໍ່​ກັບ​ຄວາມ​ສູນ​ເສຍ ຫຼື ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ການ​ໃຊ້​ງານ​ຂໍ້​ມູນ​ຂອງ​ທ່ານ. ເນື່ອງ​ຈາກວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ຂໍ້​ມູນ​ພາກ​ສ່ວນ​ທີ​ສາມ ແລະ ບໍ່​ໄດ້​ກວດ​ສອບ​ຄວາມ​ຖືກ​ຕ້ອງ​ຂອງ​ຂໍ້​ມູນ​ພາກ​ສ່ວນ​ທີ​ສາມ​ຢ່າງ​ອິດ​ສະ​ລະ, ທ່ານຍອມ​ຮັບ ແລະ ເຫັນ​ດີ​ວ່າ​ພວກ​ເຮົາ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ຄວາມ​ພ້ອມ​ໃຊ້​ງານ ຫຼື ຄວາມ​ຖືກ​ຕ້ອງ​ຂອງ​ຂໍ້​ມູນ​ພາກ​ສ່ວນທີ​ສາມ.

 

7.       ການ​ສະ​ເໜີ​ເປັນ​ຕົວ​ແທນ ແລະ ກາ​ນ​ຮັບ​ປະ​ກັນ

 

ໃນ​ເວ​ລາ​ທີ່​ທ່ານ​ເຂົ້າ​ເຖິງ​ເວັບໄຊຂອງ​ພວກ​ເຮົາ ແລະ/ຫຼື ໃຊ້​ບໍ​ລິ​ການ​ຂອງ​ພວກ​ເຮົາ, ທ່ານ​ຍິນ​ດີ​ເປັນ​ຕົວ​ແທນ ແລະ ຮັບ​ປະ​ກັນ​ວ່າ:

  • ຖ້າ​ຫາກ​ທ່ານ​ເປັນ​ບຸກຄົນ:

o   ທ່ານ​ມີ​ອາ​ຍຸຢ່າງ​ໜ້ອຍ 18 ປີ​ຂຶ້ນ​ໄປ ຫຼື ມີອາ​ຍຸບັນ​ລຸ​ນິ​ຕິ​ພາ​ວະ​ໃນ​ເຂດ​ອຳ​ນາດ​ສານ​ທີ່​ທ່ານ​ອາ​ໄສ​ຢູ່ ຫຼື ພັກ​ເຊົາ​ຢູ່;

o   ທ່ານ​ມີ​ຄວາມ​ສາ​ມາດ​ໃນ​ການເຂົ້າຮ່ວມ ແລະ ເຮັດ​ສັນ​ຍາ​ທີ່​ມີ​ການ​ຜູກ​ພັນ​ທາງ​ກົດ​ໝາຍ​ພາຍ​ໃຕ້​ກົດ​ໝາຍ​ບັງ​ຄັບ​ໃຊ້; ແລະ

o   ຂໍ້​ມູນ​ທັງ​ໝົດ​ທີ່​ທ່ານ​ໃຫ້​ຖືກ​ຕ້ອງ, ທັນ​ສະ​ໄໝ, ເປັນ​ຄວາມ​ຈິງ ແລະ ຄົບ​ຖ້ວນ;

 

  • ຖ້າ​ຫາກ​ທ່ານ​ເປັນ​ຕົວ​ແທນ​ຂອງ​ນິ​ຕິ​ບຸກ​ຄົນ:

o   ທ່ານ​ມີ​ສິດ, ອຳ​ນາດ​ຕາມ​ກົດ​ໝາຍ ແລະ ອຳ​ນາດ​ທີ່​ແທ້​ຈິງທັງ​ໝົດ​ໃນ​ການ​ຜູກມັດ​ນິ​ຕິ​ບຸກ​ຄົນ​ດັ່ງ​ກ່າວ​ກັບຂໍ້ກໍານົດການນຳໃຊ້;

o   ນິ​ຕິ​ບຸກ​ຄົນ​ນັ້ນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ຖືກ​ຕ້ອງ, ມີ​ຢູ່​ຢ່າງ​ຖືກ​ຕ້ອງ ແລະ ຢູ່​ໃນ​ຈຸດຢືນ​ທີ່​ດີ​ພາຍ​ໃຕ້​ກົດ​ໝາຍ​ຂອງ​ລັດ, ແຂວງ ຫຼື ປະ​ເທດ​ທີ່ຈັດ​ຕັ້ງ​ຂຶ້ນ; ແລະ

o   ຂໍ້​ມູນ​ທັງ​ໝົດ​ທີ່​ທ່ານ​ໃຫ້​ແມ່ນ​ຖືກ​ຕ້ອງ, ທັນ​ສະ​ໄໝ, ເປັນ​ຄວາມ​ຈິງ ແລະ ຄົບ​ຖ້ວນ.

 

8.       ຄວາມ​ເຊື່ອ​ຖືໄດ້ຕໍ່​ຂໍ້​ມູນ​ທີ່​ເຜີຍ​ແຜ່

 

ຄວາມ​ຄິດ​ເຫັນ ແລະ ເນື້ອ​ຫາ​ອື່ນໆທີ່​ໄດ້​ເຜີຍ​ແຜ່​ຢູ່​ໃນ​ເວັບໄຊ​ຂອງ​ພວກ​ເຮົາ​ບໍ່​ມີ​ຈຸດ​ປະ​ສົງ​ເພື່ອ​ເປັນ​ຄຳ​ແນະ​ນຳ​ທີ່​ທ່ານ​ຄວນເຊື່ອ​ຖື​ໄດ້. ດັ່ງ​ນັ້ນ​ພວກ​ເຮົາ​ຈິ່ງ​ຂໍ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ​ທີ່​ເກີດ​ຈາກ​ການ​ເຊື່ອ​ຖືເນື້ອ​ຫາ​ດັ່ງ​ກ່າວ​ໂດຍ​ຜູ້​ເຂົ້າ​ຊົມເວັບໄຊຂອງ​ພວກ​ເຮົາ ຫຼື ໂດຍ​ບຸກ​ຄົນ​ທີ່​ໄດ້​ແຈ້ງ​ກ່ຽວ​ກັບ​ເນື້ອ​ຫາ​ໃດ​ໜຶ່ງ.

 

9.       ເວັບໄຊຂອງ​ພວກ​ເຮົາ​ປ່ຽນ​ແປງ​ເປັນ​ປົກ​ກະ​ຕິ

 

ພວກ​ເຮົາ​ມີ​ຈຸດ​ປະ​ສົງ​ໃນ​ການ​ປັ​ບ​ປຸງ​ເວັບໄຊຂອງ​ພວກ​ເຮົາ​ເປັນ​ປົກ​ກະ​ຕິ ແລະ ອາດ​ຈະ​ປ່ຽນ​ເນື້ອ​ຫາ​ໄດ້​ຕະຫຼອດ​ເວ​ລາ. ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ, ພວກ​ເຮົາ​ອາດ​ຈະ​ລະ​ງັບ​ການ​ເຂົ້າ​ເຖິງ​ເວັບ​ໄຊຂອງ​ພວກ​ເຮົາ ຫຼື ປິດ​ມັນ​ທັນ​ທີ. ເນື້ອ​ຫາ​ຕ່າງໆ​ໃນ​ເວັບໄຊຂອງ​ພວກ​ເຮົາ​ອາດ​ຈະ​ລ້າຫຼັງໃນ​ເວ​ລາ​ໃດ​ໜຶ່ງ ແລະ ພວກ​ເຮົາ​ບໍ່​ມີ​ພັນທະ​ໃນ​ການ​ປັບ​ປຸງ​ເນື້ອ​ຫາ​ດັ່ງ​ກ່າວ.

 

10.          ຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້

 

ພວກ​ເຮົາ​ບໍ່​ຮັບ​ປະ​ກັນ ຫຼື ຮັບ​ຮອງວ່າ​ເວັບໄຊ ຫຼື ບໍ​ລິ​ການ​ຂອງ​ພວກ​ເຮົາ​ຈະ​ເຂົ້າ​ກັນ​ໄດ້ ຫຼື ໃຊ້​ງານໄດ້​ກັບ​ອຸ​ປະ​ກອນ​ຂອງ​ທ່ານ ຫຼື ຊິ້ນ​ສ່ວນ​ອື່ນໆ​ຂອງຮາດ​ແວ, ຊອບ​ແວ, ອຸ​ປະ​ກອນ ຫຼື ເຄື່ອງ​ມື​ທີ່​ໄດ້ຕິດ​ຕັ້ງໄວ້ ຫຼື ຖືກ​ໃຊ້​ຮ່ວມ​ກັບ​ອຸ​ປະ​ກອນ​ຂອງ​ທ່ານ. ນອກ​ຈາກນັ້ນ, ທ່ານຍອມ​ຮັບວ່າ​ບັນ​ຫາຄວາມ​ເຂົ້າ​ກັນ​ໄດ້ ແລະ ການ​ເຮັດ​ວຽກ​ຮ່ວມ​ກັນສາ​ມາ​ດ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ຂອງ​ອຸ​ປະ​ກອນ​ທ່ານຫຼຸດ​ລົງ ຫຼື ລົ້ມ​ເຫຼວ​ຢ່າງ​ສົມ​ບູນ ແລະ ອາດ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ເສຍ​ຫາຍໃນ​ອຸ​ປະ​ກອນ​ທ່ານ​ຢ່າງ​ຖາ​ວອນ, ສູນ​ເສຍ​ຂໍ້​ມູນ​ທີ່​ຢູ່​ໃນ​ອຸ​ປະ​ກອນ​ຂອງ​ທ່ານ ແລະ ຄວາມ​ເສຍ​ຫາຍ​ຂອງ​ຊອບ​ແວ ແລະ ຂໍ້​ມູນທີ່​ຢູ່​ໃນ​ອຸ​ປະ​ກອນ​ຂອງ​ທ່ານ. ທ່ານ​ຮັບ​ຮູ້ ແລະ ເຫັນ​ດີ​ວ່າ Olam (ໂອ​ລາມ) ແລະ ບໍ​ລິ​ສັດ​ສາ​ຂາ, ບໍ​ລິ​ສັດ​ໃນ​ເຄືອ, ຫຸ້​ນ​ສ່ວນ, ຜູ້​ສະ​ໜອງ ແລະ ຜູ້​ໃຫ້​ອະ​ນຸ​ຍາດ​ຈະ​ບໍ່​ຮັບ​ຜິດ​ຊອບ​ກັບ​ທ່ານຕໍ່​ຄວາມ​ສູນ​ເສຍ​ໃດໆ​ອັນ​ເປັນ​ເຫດ​ມາ​ຈາກ ຫຼື ເກີດ​ຈາກ​ປັນ​ຫາ​ຄວາມ​ເຂົ້າ​ກັນ​ໄດ້ ຫຼື ການ​ເຮັດ​ວຽກ​ຮ່ວມ​ກັນ.

 

11.          ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ

 

ໃນ​ຂອບ​ເຂດ​ທີ່​ອະ​ນຸ​ຍາດ​ໂດຍ​ກົດ​ໝາຍ​ທີ່ນຳ​ໃຊ້, ພວກ​ເຮົາ​ຈະ​ບໍ່ໃຫ້​ການ​ຄ້ຳ​ປະ​ກັນ, ເງື່ອນ​ໄຂ ຫຼື ການ​ຮັບ​ປະ​ກັນ​ໃດໆ:

  • ກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ, ຄວາມ​ໜ້າ​ເຊື່ອ​ຖື ຫຼື ຄວາມຖືກ​ຕ້ອງ​ຂອງ​ຂໍ້​ມູນ​ທີ່​ໃຫ້​ຜ່ານ​ບໍ​ລິ​ການ;
  • ທີ່​ບໍ​ລິ​ກາ​ນ​ຈະ​ເຮັດ​ວຽກ​ໂດຍບໍ່​ຢຸດ​ຊະ​ງັກ ຫຼື ປອດ​ໄພ ຫຼື ປາ​ສະ​ຈາກ​ຄວາມ​ຜິດ​ພາດ; ແລະ
  • ບໍ​ລິ​ການນັ້ນ​ຈະ​ບໍ່​ມີ​ໄວ​ຣັ​ສ ຫຼື ລະ​ຫັດ​ທີ່​ເປັນ​ອັນ​ຕະ​ລາຍ​ອື່ນໆ.

 

ບໍ​ລິ​ການ​ທີ່​ມີ​ໃຫ້ "ຕາມ​ທີ່​ເປັນ", "ຕາມ​ທີ່​ມີ" ແລະ "ໂດຍ​ມີ​ຂໍ້​ບົກ​ພ່ອງ​ທັງ​ໝົດ” ໂດຍບໍ່​ມີ​ການ​ຮັບ​ປະ​ກັນ​ໃດໆ​ບໍ່​ວ່າ​ໂດຍ​ຊັດ​ເຈນ ຫຼື ກົງ​ໄປ​ກົງ​ມາ. ໃນ​ຂອບ​ເຂດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍ​ກົດ​ໝາຍ​ນຳ​ໃຊ້, ພວກ​ເຮົາປະ​ຕິ​ເສດ​ຕໍ່​ກັບ​ການ​ຮັບ​ປະ​ກັນທັງ​ໝົດ​ບໍ່​ວ່າ​ຈະ​ຊັດ​ເຈນ ຫຼື ແບບ​ກົງ​ໄປ​ກົງ​ມາ, ລວມທັງບໍ່​ຈຳ​ກັດ​ພຽງແຕ່ການ​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ໃນ​ການ​ຊື້​ຂາຍ, ຄວາມ​ເໝາະ​ສົມ​ສຳ​ລັບ​ຈຸດ​ປະ​ສົງ​ບາງ​ຢ່າງ, ການບໍ່​ລະ​ເມີດ ຫຼື ການ​ລະ​ເມີດ ຫຼື ສິດອື່ນໆ.

 

ໃນ​ຂອບ​ເຂດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍ​ກົດ​ໝາຍ, ພວກ​ເຮົາ, ສະ​ມາ​ຊິກ​ຄົນ​ອື່ນ​ຂອງ​ກຸ່ມ​ບໍ​ລິ​ສັດ​ພວກ​ເຮົາ ແລະ ພາກ​ສ່ວນທີ​ສາມ​ຮ່ວມ​ກັບ​ພວກ​ເຮົາ​ຂໍ​ຍົກ​ເວັ້ນ​ຄວາມ​ຮັບ​ຜິດ​ຊອບ​ໃດໜຶ່ງຕໍ່​ກັບ​ຄວາມ​ສູນ​ເສຍທາງ​ອ້ອມ ຫຼື ຄວາມ​ເສຍ​ຫາຍເປັນ​ຜົນ​ຕາມ​ມາທີ່​ເກີດ​ຂຶ້ນ​ໂດຍ​ຜູ້​ໃຊ້​ທີ່​ກ່ຽວ​ຂ້ອງ​ກັບເວັບ​ໄຊຂອງ​ພວກ​ເຮົາ ຫຼື ກ່ຽວ​ຂ້ອງ​ກັບ​ການ​ນຳໃຊ້, ຄວາມ​ສາ​ມາດ​ໃນ​ການ​ນຳໃຊ້ ຫຼື ຜົນ​ຂອງ​ການ​ນຳໃຊ້​ເວັບໄຊຂອງ​ພວກ​ເຮົາ, ເວັບ​ໄຊໃດ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ມັນ ແລະ ເນື້ອ​ຫາ​ທີ່​ໄດ້​ເຜີຍ​ແຜ່​ໃນ​ນັ້ນ, ລວມ​ເອົາ​ບໍ່​ຈຳ​ກັດແຕ່​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ:

(i)              ການສູນ​ເສຍ​ລາຍ​ຮັບ ຫຼື ລາຍ​ໄດ້;

(ii)              ການສູນ​ເສຍ​ທຸ​ລະກິດ;

(iii)             ການສູນ​ເສຍ​ກຳ​ໄລ ຫຼື ສັນ​ຍາ;

(iv)             ການສູນ​ເສຍ​ເງິນ​ທ້ອນ​ທີ່​ຄາດການ​ໄວ້;

(v)             ການສູນ​ເສຍຂໍ້​ມູນ;

(vi)             ການສູນ​ເສຍຄວາມ​ນິ​ຍົມ;

(vii)            ເສຍ​ການ​ຈັດ​ການ ຫຼື ເວ​ລາ​ເຮັດ​ວຽກ; ແລະ

(viii)           ສຳ​ລັບ​ປະ​ເພດ​ຂອງ​ການ​ສູນ​ເສຍ ຫຼື ຄວາມ​ເສຍ​ຫາຍ​ອື່ນໆໃດ​ໜຶ່ງ, ຢ່າງ​ໃດ​ກໍ​ຕາມ​ໃນການ​ເກີດຂຶ້ນ ແລະ ບໍ່​ວ່າ​ເກີດ​ຈາກ​ການ​ລະ​ເມີດ (ລວ​ມ​ທັງການ​ລະ​ເລີຍ), ກາ​ນ​ລະ​ເມີດ​ສັນ​ຍາ ຫຼື ຢ່າງ​ອື່ນ, ເຖິງ​ແມ່ນ​ວ່າ​ຈະ​ສາ​ມາດ​ຄາດ​ການ​ໄດ້​ກໍ​ຕາມ.

 

ສິ່ງນີ້ບໍ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ຕໍ່​ກັບການເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສ່ວນ​ຕົວ​ທີ່ເກີດ​ຈາກການ​ລະ​ເລີຍຂອງ​ພວກ​ເຮົາ ຫຼື ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ຕໍ່​ກັບການນຳ​ສະ​ເໜີ​ເປັນ​ຕົວ​ແທນ​ຜິດ​ພາດ ຫຼື ການ​ບິດ​ເບືອນ​ຄວາມ​ຈິງ​ໃນ​ເລື່ອງ​ພື້ນ​ຖານ ຫຼື ຄວາມ​ຮັບ​ຜິດ​ຊອບ​ອື່ນ​ເຊິ່ງບໍ່​ສາ​ມາດ​ຍົກ​ເວັ້ນ ຫຼື ຈຳກັດ​ພາຍ​ໃຕ້ກົດ​ໝາຍ​ນຳ​ໃຊ້.

 

ໃນ​ຂອບ​ເຂດ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ອາດ​ຈະ​ບໍ່​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາຍ​ໃຕ້ຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ຈະ​ຈຳ​ກັດ​ຢູ່​ທີ່​ຄວາມ​ເສຍ​ຫາຍ​ໂດຍ​ກົງ ແລະ ທີ່​ໄດ້ບັນ​ທຶກໄວ້ ແລະ ທ່ານ​ເຫັນ​ດີ​ວ່າບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດ​ຄວາມ​ຮັບ​ຜິດ​ຊອບ​ດັ່ງ​ກ່າວ​ຈະ​ບໍ່​ເກີນ​ຈຳ​ນວນ $100.00 ຫຼື ຈຳ​ນວນ​ທີ່​ຈ່າຍ​ໂດຍ​ທ່ານ​ໃນ​ຫົກ​ເດືອນ​ທີ່​ຜ່ານມາ​ສຳ​ລັບ​ການ​ເຂົ້າ​ເຖິງ​ເວັບໄຊ ຫຼື ບໍ​ລິ​ການ​ທີ່​ກ່ຽວຂ້ອງ, ແລ້ວ​ແຕ່​ວ່າ​ຈຳ​ນວນ​ໃດ​ຈະຕ່ຳ​ກວ່າ.

 

ທ່ານ​ຈະ​ຕ້ອງ​ປົກ​ປ້ອງ ແລະ ຊົດ​ໃຊ້​ຄ່າ​ເສຍ​ຫາຍ​ແກ່​ພວກເຮົາ​ຈາກ​ການ​ຮຽກ​ຮ້ອງ, ການ​ກະ​ທຳ, ການ​ດຳ​ເນີນ​ການ, ຄວາມ​ສູນ​ເສຍ, ຄວາມ​ເສຍ​ຫາຍ, ຄ່າ​ໃຊ້​ຈ່າຍ ແລະ ລາຍ​ຈ່າຍ (ລວມ​ເອົາບໍ່​ຈຳ​ກັດ​ພຽງແຕ່ຄ່າ​ໃຊ້​ຈ່າຍ​ໃນ​ສານ ແລະ ຄ່າ​ທຳ​ນຽມ​ຕາມ​ກົດ​ໝາຍ​ທີ່​ສົມ​ເຫດ​ສົມ​ຜົນ) ເກີດ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ: (a) ການ​ນຳ​ໃຊ້​ເວັບໄຊ ຫຼື ການ​ບໍ​ລິ​ການ​ຂອງ​ທ່ານ (ຍົກ​ເວັ້ນ​ແຕ່​ການ​ນຳໃຊ້​ດັ່ງ​ກ່າວ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເໝາະ​ສົມ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ); (b) ການ​ລະ​ເມີດ​ຂໍ້​ກຳ​ນົດ​ການ​ໃຊ້​ງານ​ທີ່​ມີ​ໃຫ້ ແລະ ທີ່​ໃຊ້​ໄດ້, ຂໍ້​ກຳ​ນົດ​ເພີ່ມ​ເຕີມ; (c) ຄວາມ​ຄິດເຫັນ​ໃດໜຶ່ງທີ່​ທ່ານ​ໄດ້​ເຜີຍ​ແຜ່​ໃນເວັບ​ໄຊຂອງ​ທ່ານ ຫຼື (d) ການ​ລະ​ເມີດ​ສິດ​ຂອງ​ຄົນ​ອື່ນ ຫຼື ນິ​ຕິ​ບຸກ​ຄົນ​ອື່ນ. ການ​ຊົດ​ໃຊ້​ນີ້​ແມ່ນ​ພັນ​ທະ​ຕໍ່​ເນື່ອງ, ປະ​ກອບເປັນ​ພັນ​ທະໜ້າ​ທີ່​ແຍກ​ຕ່າງ​ຫາກ ແລະ ເປັນ​ອິດ​ສະ​ລະ​ຂອງ​ຝ່າຍ​ທີ່​ໃຫ້​ການ​ຊົດ​ໃຊ້​ຄ່າ​ເສຍ​ຫາຍ ແລະ ຈະ​ລອດ​ຈາກ​ການສິ້ນ​ສຸດ ຫຼື ການ​ໝົດ​ອາ​ຍຸ​ຂອງຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້.

 

12.          ການສິ້ນ​ສຸດ

ຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້​ມີ​ຜົນ​ບັງ​ຄັບໃຊ້​ໃນ​ວັນ​ທີ​ທ່ານ​ເຂົ້າ​ເຖິງ ຫຼື ໃຊ້​ບໍ​ລິ​ການ​ຄັ້ງ​ທຳ​ອິດ ແລະ ຈະ​ສືບ​ຕໍ່​ຈົນ​ກວ່າທ່ານ ຫຼື Olam ຈະສິ້ນ​ສຸດ. ທ່ານ​ອາດ​ຈະ​ສິ້ນ​ສຸດຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ໂດຍ​ການ​ປິດ​ບັນ​ຊີ​ຂອງ​ທ່ານ​ກັບ​ພວກ​ເຮົາ (ຖ້າ​ມີ), ໂດຍ​ການ​ສົ່ງຄຳ​ຮ້ອງ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ເພື່ອ​ປິດ​ບັນ​ຊີ​ຜ່ານ​ອີ​ເມວ​ຫາ DigitalPMO@olamnet.com ແລະ ຢຸດ​ການ​ໃຊ້​ບໍ​ລິ​ການ. ຖ້າ​ຫາກ​ທ່ານ​ສ້າງ​ບັນ​ຊີ​ອື່ນ​ກັບ​ພວກ​ເຮົາ ຫຼື ໃຊ້​ບໍ​ລິ​ການ​ຂອງ​ພວກ​ເຮົາ​ອີກ​ຄັ້ງ, ສະ​ແດງວ່າ​ທ່ານ​ຍິນຍອມ​ຕໍ່​ກັບຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້.

 

ພວກ​ເຮົາ​ອາດ​ຈະ​ສິ້ນ​ສຸດຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ໄດ້​ຕະຫຼອດ​ເວ​ລາດ້ວຍ​ເຫດ​ຜົນ​ໃດໜຶ່ງໂດຍ​ການ​ແຈ້ງ​ການ​ຫາ​ທ່ານ. ພວກ​ເຮົາ​ອາດ​ຈະ​ລະ​ງັບບັນ​ຊີຂອງ​ທ່ານກັບ​ພວກ​ເຮົາ (ຖ້າ​ມີ) ແລະ ຄວາມ​ສາ​ມາດ​ຂອງ​ທ່ານໃນ​ການ​ນຳ​ໃຊ້​ບໍ​ລິ​ການ ຫຼື ສິ້ນ​ສຸດຂໍ້ກໍານົດການນຳໃຊ້, ຖ້າ​ຫາກວ່າ:

  • ພວກ​ເຮົາ​ພິ​ຈາ​ລະ​ນາ​ຕາມດຸນ​ພິ​ນິດ​ຂອງ​ພວກເຮົາ​ແຕ່​ພຽງ​ຜູ້​ດຽວ​ວ່າ​ທ່ານມີ​ຄວາມ​ສ່ຽງ​ຕໍ່​ການ​ສໍ້​ໂກງ ຫຼື ຄວາມ​ສ່ຽງ​ດ້ານ​ເຄ​ຣ​ດິດ;

 

  • ພິ​ຈາ​ລະ​ນາຕາມ​ດຸນ​ພິ​ນິດ​ຂອງພວກເຮົາ​ແຕ່​ພຽງ​ຜູ້​ດຽວ​ທີ່​ທ່ານ​ໄດ້​ໃຊ້​ບໍ​ລິ​ການ​ຂອງ​ພວກ​ເຮົາ​ໃນລັກ​ສະ​ນະ​ຕ້ອງ​ຫ້າມ ຫຼື ບໍ່​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃດໜຶ່ງຂອງ​ເງື່ອນ​ໄຂ​ການ​ໃຊ້​ງານ​ເຫຼົ່າ​ນີ້; ຫຼື

 

  • ກົດ​ໝາຍ​ນຳ​ໃຊ້ ຫຼື ອົງການ​ປົກ​ຄອງ ຫຼື ໜ່ວ​ຍ​ງານກຳ​ກັບ​ດູ​ແລ​ກຳ​ນົດ​ໃຫ້​ພວກ​ເຮົາ​ຕ້ອງ​ເຮັດ​ເຊັ່ນ​ດຽວ​ກັນ.

ໂດຍ​ບໍ່ສົ່ງ​ຜົນ​ກະ​ທົບ​ຕໍ່​ຂໍ້​ທີ 2 ຂອງຂໍ້ກໍານົດການນຳໃຊ້ ແລະ ປາ​ສະ​ຈາກ​ຂີດ​ຈຳ​ກັດ​ຕໍ່​ສິດ ຫຼື ການແກ້​ໄຂ​ທົດ​ແທນອື່ນໆ, ເມື່ອ​ໝົດ​ອາ​ຍຸ ຫຼື ສິ້ນ​ສຸດຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ລວມທັງຂໍ້​ກຳ​ນົດ​ເພີ່ມ​ເຕີມ:

  • ໃບ​ອະ​ນຸ​ຍາດ ແລະ ການ​ອະ​ນຸ​ຍາດ​ທັງ​ໝົດ​ທີ່​ພວກ​ເຮົາ​ອອກ​ໃຫ້​ພາຍ​ໃຕ້ຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ແລະ ຂໍ້​ກຳ​ນົດ​ເພີ່ມ​ເຕີມຈະສິ້ນ​ສຸດ​ລົງ​ທັນ​ທີ;

 

  • Olam ອາດ​ຈະ​ລະ​ງັບ ແລະ/ຫຼື ລະ​ຫັດ​ຜ່ານ ແລະ ເຂົ້າ​ເຖິງເວັບໄຊ, ລວມທັງການ​ເຂົ້າ​ເຖິງ​ລະ​ດັບ​ການ​ເຂົ້າ​ເຖິງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ກ່ອນ​ໜ້ານີ້;

 

  • ພວກ​ເຮົາ​ຈະ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ຄ່າ​ຕອບ​ແທນ, ການ​ຊົດ​ໃຊ້ ຫຼື ຄວາມ​ເສຍ​ຫາຍ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນຳ​ໃຊ້​ບໍ​ລິ​ການ​ຂອງ​ທ່ານ ຫຼື ການ​ສິ້ນ​ສຸດ ຫຼື ການ​ລະ​ງັບ​ບໍ​ລິ​ການ ຫຼື ການ​ລຶບຂໍ້​ມູນ​ຂອງ​ທ່ານ ຫຼື ຂໍ້​ມູນ​ບັນ​ຊີ; ແລະ

 

  • ຂໍ້ທີ 8 (ຄວາມໜ້າ​ເຊື່ອ​ຖື​ຕໍ່​ຂໍ້​ມູນ​ທີ່​ເຜີຍ​ແຜ່), 10 (ຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້), 11 (ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ), 12 (ການ​ສິ້ນ​ສຸດ), 18 (ເຂດ​ອຳ​ນາດ​ສານ ແລະ ກົດ​ໝາຍ​ທີ່​ບັງ​ຄັບ​ໃຊ້) ແລະ 22 (ສິ່ງ​ອື່ນໆ – ສິດ​ຂອງ​ບຸກ​ຄົນ​ທີ​ສາມ) ຂອງຂໍ້​ກຳ​ນົດ​ການ​ນຳ​ໃຊ້ ແລະ ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ອື່ນໆໂດຍ​ຊັດ​ເຈນ ຫຼື ໂດຍກົງ​ຈະ​ມີຜົນ​ກະ​ທົບຫຼັງ​ຈາກວັນ​ໝົດ​ອາ​ຍຸ ຫຼື ການ​ສິ້ນ​ສຸດ​ຕ້ອງ​ຍັງສືບ​ຕໍ່ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ສົມ​ບູນ.

 

13.          ຂໍ້​ມູນ​ກ່ຽວ​ກັບ​ທ່ານ, ຄົນ​ອື່ນ ແລະ ການ​ເຂົ້າ​ຊົມ​ເວັບ​ໄຊຂອງ​ພວກ​ເຮົາ

 

ພວກ​ເຮົາ​ດຳ​ເນີນ​ການ, ຈັດ​ເກັບ ແລະ ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ທ່ານ​ໂດຍ​ອີງ​ຕາມຄຳຖະແຫຼງຄວາມເປັນສ່ວນຕົວ​ຂອງພວກ​ເຮົາ [Link] ຫຼື ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວຂອງ​​ນາຍ​ຈ້າງ​ຂອງ​ທ່ານ, ມີ​ໃຫ້​ຈາກ​ທີມ​ບຸກ​ຄະ​ລາ​ກອນ​ທ້ອງ​ຖິ່ນ​ຂອງ​ທ່ານ​ຕາມ​ຄຳ​ຂໍ (ຖ້າ​ຫາກ​ທ່ານ​ເປັນ​ລູກ​ຈ້າງ). ໂດຍ​ການ​ນຳ​ໃຊ້​ເວັບໄຊ ຫຼື ບໍ​ລິ​ການ​ຂອງ​ພວກ​ເຮົາ, ທ່ານ​ຍິນຍອມ​ຕໍ່​ກັບ​ການ​ນຳ​ໃຊ້​ດັ່ງ​ກ່າວ​ຕາມຄຳຖະແຫຼງຄວາມເປັນສ່ວນຕົວ​ຂອງ​ພວກ​ເຮົາ ແລະ ທ່ານ​ຮັບ​ປະ​ກັນ​ວ່າ​ຂໍ້​ມູນ​ທັງ​ໝົດ​ທີ່ທ່ານໃຫ້ມາ​ແມ່ນ​ຖືກ​ຕ້ອງ. ນອກນັ້ນ, ທ່ານ​ຍັງ​ສາ​ມາດໃຫ້​ການ​ຍິນຍອມ​ຕໍ່​ກັບ​ການ​ນຳ​ໃຊ້​ຄຸກກີ້​ຂອງ​ພວກ​ເຮົາ (ຖ້າ​ມີ) ຕາມ​ນະ​ໂຍ​ບາຍ​ຄຸກກີ້​ຂອງ​ພວກ​ເຮົາ.

 

ຖ້າ​ຫາກ​ທ່ານ​ໃຫ້​ການ​ເຂົ້​າ​ເຖິງ (ຫຼື ໃຫ້ການ​ເຂົ້າ​ເຖິງ​ແກ່ Olam) ຂໍ້​ມູນ​ສ່ວນ​ຕົວ​ຂອງພາກ​ສ່ວນທີ​ສາມ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ເຖິງເວັບ​ໄຊ ແລະ/ຫຼື ບໍ​ລິ​ການ​ຂອງ​ພວກ​ເຮົາ, ທ່ານ​ເຫັນ​ດີ​ຕໍ່​ການ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ຢູ່ທີ່ເອ​ກະ​ສານຊ້ອນ​ທ້າຍ A.

 

14.          ໄວ​ຣັ​ສ, ການ​ແຮັກ​ຂໍ້​ມູນ ແລະ ການ​ກະ​ທຳ​ຜິດ​ອື່ນໆ

 

ທ່ານ​ຕ້ອງບໍ່​ນຳ​ໃຊ້ເວັບໄຊຂອງ​ພວກ​ເຮົາ​ໃນ​ທາງ​ທີ່​ຜິດໂດຍ​ການ​ແນະ​ນຳ​ໄວ​ຣັ​ສ, ໂທຣ​ຈານ, ໜອນຄອມ​ພິວ​ເຕີ, ລະ​ເບີດ​ຕັກ​ກະ ຫຼື ປັດ​ໄຈ​ອື່ນໆ​ທີ່​ເປັນ​ອັນ​ຕະ​ລາຍ ຫຼື ເປັນ​ອັນ​ຕະ​ລາຍ​ທາງ​ເຕັກ​ໂນ​ໂລ​ຊີ. ທ່ານ​ຕ້ອງບໍ່​ພະ​ຍາ​ຍາມ​ເຂົ້າ​ເຖິງ​ເວັບ​ໄຊຂອງ​ພວກ​ເຮົາ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ, ເຊີບ​ເວີ​ທີ່​ຈັດ​ເກັບ​ເວັບໄຊຂອງ​ພວກ​ເຮົາ ຫຼື ເຊີບ​ເວີ​ໃດ​ໜຶ່ງ, ຄອມ​ພິວ​ເຕີ ຫຼື ຖານ​ຂໍ້​ມູນ​ທີ່​ເຊື່ອມ​ຕໍ່​ກັບ​ເວັບ​ໄຊຂອງ​ພວກ​ເຮົາ. ທ່ານ​ຕ້ອງບໍ່​ໂຈມ​ຕີ​ເວັບໄຊຂອງ​ພວກ​ເຮົາ​ຜ່ານການ​ໂຈມ​ຕີ​ການ​ປະຕິ​ເສດ​ການ​ບໍ​ລິ​ການ ຫຼື ການ​ໂຈມ​ຕີ​ແບບ​ການ​ປະ​ຕິ​ເສດ​ການ​ບໍ​ລິ​ການ​ແບບ​ກະ​ຈາຍ.

 

ພວກ​ເຮົາ​ຈະ​ລາຍ​ງານ​ການ​ລະ​ເມີດ​ການ​ໃຫ້​ບໍ​ລິ​ການນີ້​ຕໍ່​ກັບ​ໜ່ວຍ​ງານ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ ແລະ ພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ໜ່ວຍ​ງານ​ດັ່ງ​ກ່າວ​ໂດຍ​ການ​ເປີດ​ເຜີຍ​ຕົວ​ຕົນ​ຂອງທ່ານ​ກັບ​ພວກ​ເຂົາ. ໃນ​ກໍ​ລະ​ນີ​ຂອງ​ການ​ລະ​ເມີດ​ດັ່ງ​ກ່າວ, ສິດ​ຂອງ​ທ່ານ​ໃນ​ການ​ໃຊ້​ເວັບ​ໄຊ ແລະ ບໍ​ລິ​ການ​ຂອງ​ພວກ​ເຮົາ​ຈະ​ສິ້ນ​ສຸດ​ທັນ​ທີ.

 

ພວກ​ເຮົາ​ຈະ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ຄວາມ​ສູນ​ເສຍ ຫຼື ຄວາມເສຍ​ຫາຍທີ່​ເກີດ​ຈາກ​ການ​ໂຈມ​ຕີ​ການ​ປະ​ຕິ​ເສດ​ການ​ໃຫ້​ບໍ​ລິ​ການ​ແບບ​ກະ​ຈາຍ, ໄວ​ຣັ​ສ ຫຼື ວິ​ທີ​ການ​ທີ່​ເປັນ​ອັນ​ຕະ​ລາຍ​ທາງ​ເຕັກ​ໂນ​ໂລ​ຊີ​ອື່ນໆ​ທີ່​ອາດ​ຈະ ຫຼື ຕິດ​ອຸປະ​ກອນ​ຄອມ​ພິວ​ເຕີ, ໂປ​ຣ​ແກ​ຣມ​ຄອມ​ພິວ​ເຕີ, ຂໍ້​ມູນ ຫຼື ເນື້ອ​ຫາ​ທີ່​ຄອບ​ຄອງ​ອື່ນໆ​ເນື່ອງ​ຈາກ​ການ​ໃຊ້​ງານເວັບ​ໄຊຂອງ​ທ່ານ ຫຼື ການ​ດາວ​ໂຫຼດ​ເນື້ອ​ຫາ​ໃດໆ​ທີ່​ໄດ້​ເຜີຍ​ແຜ່ ຫຼື ເວັບ​ໄຊ​ທ໌​ໃດໆ​ທີ່​ເຊື່ອມ​ຕໍ່​ຫາ​ມັນ.

 

15.          ການ​ເຊື່ອມ​ຕໍ່​ຫາ​ເວັບ​ໄຊຂອງ​ພວກ​ເຮົາ

 

ທ່ານ​ອາດ​ຈະ​ເຊື່ອມ​ໂຍງ​ໄປຫາ​ໜ້າຫຼັກຂອງ​ພວກ​ເຮົາໄດ້, ຫາກ​ທ່ານ​ເຮັດ​ໃນ​ລັກ​ສະ​ນະ​ທີ່​ຖືກ​ຕ້ອງ ແລະ ຖືກ​ກົດ​ໝາຍ ແລະ ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຊື່​ສຽງ ຫຼື ໃຊ້​ຜົນ​ປະ​ໂຫຍດ​ຈາກ​ມັນ, ແຕ່​ທ່ານ​ຕ້ອງບໍ່ສ້າງ​ລິ້ງ​ໃນ​ລັກ​ສະ​ນະ​ທີ່​ຈະ​ແນະ​ນຳ​ການ​ມີ​ສ່ວນ​ຮ່ວມ, ການ​ອະ​ນຸ​ມັດ ຫຼື ການ​ຮັບ​ຮອງ​ໃນ​ສ່ວນ​ຂອງ​ພວກ​ເຮົາ​ທີ່ບໍ່​ມີ​ຢູ່​ຈິງ.

 

16.          ທ່ານ​ຕ້ອງບໍ່​ສ້າງ​ລິ້ງ​ຈາກ​ເວັບ​ໄຊໃດໆ​ທີ່​ທ່ານບໍ່​ໄດ້​ເປັນ​ເຈົ້າ​ຂອງ.

 

ເວັບ​ໄຊຂອງ​ພວກ​ເຮົາຕ້ອງບໍ່​ຖືກ​ຈັດ​ວາງ​ຢູ່​ໃນ​ເວັບ​ໄຊອື່ນ ຫຼື ທ່ານຕ້ອງ​ບໍ່ສ້າງ​ລິ້ງ​ໄປ​ຫາ​ສ່ວນ​ໃດ​ໜຶ່ງ​ຂອງ​ເວັບ​ໄຊຂອງພວກ​ເຮົາ​ນອກ​ເໜືອ​ຈາກ​ໜ້າຫຼັກ. ພວກ​ເຮົາ​ສະ​ຫງວນ​ສິດ​ໃນ​ການ​ຖອນ​ການອະ​ນຸ​ຍາດ​ການ​ເຊື່ອມ​ຕໍ່ໂດຍ​ບໍ່​ມີ​ແຈ້ງການ. ເວັບ​ໄຊທີ່​ທ່ານ​ເຊື່ອມ​ຕໍ່​ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານເນື້ອ​ຫາ​ທຸກ​ປະ​ການທີ່​ກຳ​ນົດ​ໄວ້​ໃນ ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ຂອງ​ພວກ​ເຮົາ ກຳ​ນົດ​ໄວ້ຢູ່​ທີ່​ເອ​ກະ​ສານ​ຊ້ອນ​ທ້າຍ B.

 

ຖ້າ​ຫາກ​ທ່ານ​ຕ້ອງ​ການ​ໃຊ້​ເນື້ອ​ຫາ​ໃນ​ເວັບ​ໄຊຂອງ​ພວກ​ເຮົາ​ນອກ​ເໜືອ​ຈາກ​ທີ່​ກຳ​ນົດ​ໄວ້​ຢູ່​ຂ້າງ​ເທິງ, ກະ​ລຸ​ນາ​ສົ່ງ​ຄຳ​ຂໍ​ຂອງ​ທ່ານ​ໄປ​ທີ່ DigitalPMO@olamnet.com.

 

17.          ລິ້ງ​ຈາກເວັບ​ໄຊຂອງ​ພວກ​ເຮົາ

 

ບ່ອນ​ທີ່​ເວັບ​ໄຊຂອງ​ພວກ​ເຮົາ​ມີ​ລິ້ງ​ເຊື່ອມ​ຕໍ່​ຫາ​ເວັບ​ໄຊ ແລະ ແຫຼ່ງ​ຂໍ້​ມູນອື່ນທີ່​ມີ​ໃຫ້​ໂດຍພາກ​ສ່ວນທີ​ສາມ, ລິ້ງ​ເຫຼົ່າ​ນີ້​ມີ​ໃຫ້​ເພື່ອ​ເປັນ​ຂໍ້​ມູນ​ແກ່​ທ່ານ​ເທົ່ານັ້ນ. ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມເນື້ອ​ຫາ​ຂອງ​ເວັບ​ໄຊ ຫຼື ແຫຼ່ງ​ຂໍ້​ມູນ​ເຫຼົ່າ​ນັ້ນ ແລະ ບໍ່​ຮັບ​ຜິດ​ຊອບ​ຕໍ່​ກັບ​ຂໍ້​ມູນ​ເຫຼົ່າ​ນັ້ນ ຫຼື ຕໍ່​ກັບ​ຄວາມ​ສູນ​ເສຍ ຫຼື ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ການ​ໃຊ້​ງານ​ຂໍ້​ມູນ​ຂອງ​ທ່ານ. ເນື່ອງ​ຈາກວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ເວັບ​ໄຊ ແລະ ແຫຼ່ງ​ຂໍ້​ມູນ​ດັ່ງ​ກ່າວໄດ້, ທ່ານຮັບຮູ້ ແລະ ເຫັນດີວ່າພວກເຮົາບໍ່ມີ​ຄວາມຮັບຜິດຊອບຕໍ່ການມີ​ເວັບ​ໄຊ ຫຼື ແຫຼ່ງຂໍ້ມູນພາຍນອກດັ່ງກ່າວ ແລະ ບໍ່ຮັບຜິດຊອບ ຫຼື ມີ​ຄວາມຮັບຜິດຕໍ່ເນື້ອ​ຫາ, ການໂຄສະນາ, ຂໍ້​ມູນ, ຜະລິດຕະພັນ, ການ​ບໍ​ລິ​ການ ຫຼື ເນື້ອຫາອື່ນໆໃດໜຶ່ງໃນ ຫຼື ມີ​ໃຫ້​ຈາກ​ເວັບ​ໄຊ ຫຼື ແຫຼ່ງຂໍ້ມູນດັ່ງກ່າວ.

 

18.          ເຂດ​ອຳ​ນາດ​ສານ ແລະ ກົດ​ໝາຍ​ນຳ​ໃຊ້

 

ພາຍ​ໃຕ້​ຂໍ້ທີ 19, ສານສິງ​ກະ​ໂປ​ຈະ​ມີເຂດ​ອຳ​ນາດ​ສານ​ທີ່ບໍ່ຜູກ​ຂາດ​ໃນ​ການ​ຮຽກ​ຮ້ອງ​ໃດໜຶ່ງ​ທີ່​ເກີດ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ເວັບ​ໄຊຂອງ​ພວກ​ເຮົາ, ເຖິງວ່າ​ພວກ​ເຮົາ​ຈະ​ສະ​ຫງວນ​ສິດ​ໃນ​ການ​ດຳ​ເນີນ​ຄະ​ດີ​ກັບ​ທ່ານ​ຕໍ່​ກັບ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ເຫຼົ່າ​ນັ້ນ​ໃນ​ປະ​ເທດ​ທີ່​ທ່ານ​ອາ​ໄສ​ຢູ່ ຫຼື ປະ​ເທດ​ອື່ນທີ່​ກ່ຽວ​ຂ້ອງ. ຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້ລວມ​ເຖິງ​ຂໍ້​ກົດ​ນົດ​ເພີ່ມ​ໃດໆ​ທີ່​ບັງ​ຄັບ​ໃຊ້​ແມ່ນ​ຄຸ້ມ​ຄອງ​ໂດຍ​ກົດ​ໝາຍ​ສິງ​ກະ​ໂປ.

 

19.          ການແກ້​ໄຂຂໍ້​ຂັດ​ແຍ່ງ

 

ຖ້າ​ຫາກມີ​ຄວາມ​ຂັດ​ແຍ່ງ​ເກີດຂຶ້ນ​ກັບ Olam ພາຍ​ໃຕ້ ຫຼື ​ກ່ຽວ​ຂ້ອງ​ກັບຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້, ໃຫ້​ສົ່ງ​ຕໍ່​ໄປ​ຫາ Olam ກ່ອນ. ຖ້າ​ຫາກ​ຄູ່​ສັນ​ຍາບໍ່​ສາ​ມາດ​ແກ້​ໄຂ​ຂໍ້​ຂັດ​ແຍ່ງໄດ້ພາຍ​ໃນ 20 ວັນ​ຂອງ​ການ​ສົ່ງ​ຕໍ່, ຂໍ້​ຂັດ​ແຍ່ງ​ດັ່ງ​ກ່າວ​ຄວນ​ຈະ​ຖືກ​ສົ່ງ​ຕໍ່ ແລະ ໄດ້​ຮັບ​ການແກ້​ໄຂ​ໃນ​ທ້າຍ​ທີ່​ສຸດ​ໂດຍ​ອຳ​ນາດ​ຊີ້​ຂາດໃນ​ສິງ​ກະ​ໂປ​ຕາມ​ກົດ​ລະ​ບຽບ​ຂອງ SIAC ໃນໄລ​ຍະເວ​ລາ​ທີ່​ມີ​ຜົນ​ບັ​ງ​ຄັບ​ໃຊ້​ທີ່ກົດລະ​ບຽບ​ຕ່າງໆ​ຈະ​ຖືກ​ລວມເຂົ້າ​ກັນ​ໂດຍ​ການ​ອ້າງ​ອີງ​ໃນ​ຂໍ້​ນີ້. ສານ​ພິ​ພາກ​ສາ​ປະ​ກອບ​ດ້ວຍ​ຜູ້​ຕັດ​ສິນ​ຊີ້​ຂາດ 1 ທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຮ່ວມ​ກັນ​ໂດຍຫຼາຍ​ພາກ​ສ່ວນ ແລະ ໃນ​ກໍ​ລະ​ນີ​ທີ່​ຄູ່​ສັນ​ຍາບໍ່​ສາ​ມາດ​ຕົກ​ລົງ​ກັນ​ໃນ​ການ​ແຕ່ງ​ຕັ້ງ, ຈະ​ຖືກ​ແຕ່ງ​ຕັ້ງ​ໂດຍ​ປ​ທານ​ຂອງ​ສານ​ພິ​ພາກ​ສາ​ຂອງ SIAC. ພາ​ສາ​ໃນ​ການ​ໄກ່​ເກ່ຍ​ຈະ​ແມ່ນ​ພາ​ສາ​ອັງ​ກິດ. ບໍ່​ມີ​ສ່ວນ​ໃດ​ໃນ​ຂໍ້​ນີ້​ຂັດ​ຂວາງຄູ່​ກໍ​ລະ​ນີ​ຈາກ​ການ​ຊອກ​ຫາ​ການ​ບັນ​ເທົາ​ທຸກ​ຊົ່ວ​ຄາວ ຫຼື ທີ່​ຄ້າຍ​ຄື​ກັນ​ຈາກ​ສານ​ທີ່​ມີ​ອຳ​ນາດ​.

 

20.          ເຄື່ອງ​ໝາຍການ​ຄ້າ

 

ເຄື່ອງ​ໝາຍການ​ຄ້າ, ເຄື່ອງໝາຍ​ການ​ບໍ​ລິ​ການ, ຊື່ການ​ຄ້າ ແລະ ສັນ​ຍາ​ລັກ​ການ​ຄ້າ​ທຸກ​ຢ່າງ​ທີ່​ຖືກໃຊ້ ແລະ ສະ​ແດງ​ໃນ​ເວັບ​ໄຊຂອງ​ພວກ​ເຮົາ ("ເຄື່ອງ​ໝາຍການ​ຄ້າ") ແມ່ນ​ເຄື່ອງ​ໝາຍການ​ຄ້າ​ທີ່​ໄດ້ຈົດທະ​ບຽນ ແລະ ບໍ່​ໄດ້ຈົດທະ​ບຽນ​ຂອງ​ພວກ​ເຮົາ ຫຼື ພາກ​ສ່ວນ​ທີ​ສາມ. ຍົກ​ເວັ້ນ​ຕາມ​ທີ່​ໄດ້​ລະ​ບຸ​ໄວ້​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ຢ່າງ​ຊັດ​ເຈນ, ບໍ່​ມີ​ຫຍັງ​ໃນ​ເວັບ​ໄຊ ແລະ ໃນຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້​ຈະຖື​ວ່າ​ເປັນ​ການ​ອະ​ນຸ​ຍາດ​ໂດຍ​ແຈ່ມ​ແຈ້ງ, ຖືກ​ກົດ​ໝາຍ​ປິດ​ປາກ ຫຼື ໃບ​ອະ​ນຸ​ຍາດ​ໃນ​ການ​ນຳ​ໃຊ້​ອື່ນໆ (ລວມ​ທັງແທັກຂະ​ໜາດ​ໃຫ່ ຫຼື ທີ່​ເປັນ “ຮັອດ” ລິ້ງ​ໄປ​ຫາ​ເວັບ​ໄຊອື່ນ) ແລະ ເຄື່ອງ​ໝາຍການ​ຄ້າ​ທີ່​ສະ​ແດງ​ຢູ່​ໃນ​ບໍ​ລິ​ການ​, ໂດຍ​ປາ​ສະ​ຈາກ​ການ​ອະ​ນຸ​ຍາດ​ທີ່​ເປັນ​ລາຍ​ລັກ​ອັກ​ສອນຈາກ​ພວກ​ເຮົາ ຫຼື ຂອງ​ເຈົ້າ​ຂອງ​ເຄື່ອງ​ໝາຍການ​ຄ້າ​ອື່ນໆ​ທີ່​ກ່ຽວ​ຂ້ອງ.

 

21.          ການປ່ຽນແປງ

 

ພວກ​ເຮົາ​ອາດ​ຈະແກ້​ໄຂຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ໄດ້​ຕະຫຼອດ​ເວ​ລາໂດຍ​ການ​ປັບ​ປຸງ​ໜ້ານີ້. ຈິ່ງ​ມີ​ການ​ຄາດ​ຫວັງ​ໃຫ້ທ່ານກວດ​ເບິ່ງໜ້ານີ້​ຕະຫຼອດ​ເວ​ລາ​ເພື່ອ​ສັງ​ເກດ​ການ​ປ່ຽນ​ແປງ​ໃດໜຶ່ງທີ່​ພວກ​ເຮົາ​ໄດ້​ດຳ​ເນີນ​ການ, ເນື່ອງ​ຈາກວ່າການ​ປ່ຽນ​ແປງນັ້ນ​ມີ​ພັນ​ທະ​ຜູກ​ມັດ​ກັບ​ທ່ານ. ບົດ​ບັນ​ຍັດບາງ​ຢ່າງ​ໃນ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ເຫຼົ່າ​ນີ້​ຍັງ​ອາດຈະ​ຖືກ​ແທນ​ທີ່​ດ້ວຍ​ຂໍ້​ກຳ​ນົດ ຫຼື ແຈ້ງ​ການ​ທີ່​ເຜີຍ​ແຜ່​ຢູ່​ບ່ອນ​ອື່ນໃນເວັບໄຊຂອງ​ພວກ​ເຮົາ. ພວກ​ເຮົາ​ອາດ​ຈະ​ໃຫ້​ແຈ້ງ​ການ​ກັບ​ທ່ານ​ຕໍ່​ກັບ​ການ​ປ່ຽນ​ແປງ​ຜ່າ​ນ​ເວັບ​ໄຊ ຜ່ານ​ອີ​ເມວ ຫຼື ຜ່ານ​ຊ່ອງ​ທາງ​ອື່ນໆ. ການ​ໃຊ້​ບໍ​ລິ​ການ​ຂອງ​ທ່ານຫຼັງ​ຈາກ​ການ​ປ່ຽນ​ແປງ​ມີ​ຜົນ​ສັກ​ສິດຈະຖື​ວ່າ​ທ່ານຍອມ​ຮັບ​ຂໍ້​ກຳ​ນົດ​ຂອງຂໍ້ກໍານົດການນຳໃຊ້​ທີ່​ໄດ້ແກ້​ໄຂແລ້ວນັ້ນ. ທ່ານ​ສາ​ມາດ​ຊອກ​ເບິ່ງວ່າຂໍ້ກໍານົດການນຳໃຊ້​ໄດ້​ປ່ຽນ​ແປງ​ຄັ້ງ​ຫຼ້າສຸດ​ເມື່ອ​ໃດ​ໂດຍ​ການກວດ​ເບິ່ງວັນ​ທີ “​ອັບ​ເດດ​ຫຼ້າສຸດ” ຢູ່ດ້ານ​ລຸ່ມ​ຂອງຂໍ້ກໍານົດການ​ນຳ​ໃຊ້​ເຫຼົ່າ​ນີ້.

 

ເງື່ອນ​ໄຂ ຫຼື ຂໍ້​ກຳ​ນົດ​ໃດ​ທີ່​ມີ​ໃນ​ຄຳ​ສັ່ງ​ຊື້ ຫຼື ໃນ​ເອກະ​ສານ​ອື່ນ​ທີ່​ອອກ​ໃຫ້​ໂດຍ​ທ່ານ ຫຼື ໃນ​ຈົດ​ໝາ​ຍ​ຕອບ​ໂຕ້ ຫຼື ເອ​ກະ​ສານ​ສົ່ງ​ຜ່ານ​ລະ​ຫວ່າງ Olam ກັບ​ທ່ານ​ຈະ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້ ແລະ ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ກັບ​ຂໍ້​ຕົກ​ລົງ​ໃດໆ​ລະ​ຫວ່າງ​ບຸກ​ຄົນ​ພາຍນອກ, ເຖິງ​ແມ່ນ​ວ່າ Olam ໄດ້​ມີ​ແຈ້ງ​ການ​ກ່ຽວ​ກັບ​ຂໍ້​ກຳ​ນົດ ຫຼື ເງື່ອນ​ໄຂ​ເຫຼົ່າ​ນັ້ນ ​ແລະ ບໍ່​ໄດ້​ຖື​ວ່າ​ເປັນ​ຂໍ້​ສະ​ເໜີ ຫຼື ຂໍ້​ສະ​ເໜີ​ໂຕ້​ກັບ​ໂດຍ Olam.

 

22.          ອື່ນໆ

 

ຖ້າ​ຫາກ​ມີ​ສ່ວນ​ໃດ​ໜຶ່ງ​ຂອງຂໍ້ກໍານົດການນຳໃຊ້​ເປັນ ຫຼື ບໍ່​ຖືກ​ຕ້ອງ, ຜິດ​ກົດ​ໝາຍ ຫຼື ບໍ່​ສາ​ມາດ​ບັງ​ຄັບ​ໃຊ້​ໄດ້, ຈະ​ຖືກວ່າມີ​ການແກ້​ໄຂ​ໃນ​ຂອບ​ເຂດ​ຂັ້ນ​ຕ່ຳ​ສຸດທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ມັນ​ຖືກ​ຕ້ອງ, ຖືກ​ຕາມ​ກົດ​ໝາຍ ແລະ ບັງ​ຄັບ​ໃຊ້​ໄດ້. ຖ້າ​ຫາກວ່າ​ການ​ແກ້​ໄຂ​ດັ່ງກ່າວ​ເປັນ​ໄປ​ບໍ່​ໄດ້, ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຈະ​ຖືກ​ລຶບ​ອອກ. ການ​ແກ້​ໄຂ ຫຼື ການ​ລຶບ​ລ້າງ​ໃດໆ​ພາຍ​ໃຕ້​ພາກ​ນີ້​ຈະ​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຖືກ​ຕ້ອງ ແລະ ການ​ບັງ​ຄັບ​ໃຊ້​ສ່ວນ​ທີ່​ເຫຼືອ​ຂອງຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້, ເວັ້ນ​ແຕ່​ວ່າ​ໄດ້​ຮັບ​ການ​ລະ​ບຸຢ່າງ​ຊັດ​ເຈນ.

 

ຄວາມ​ບໍ່​ສາ​ມາດ ຫຼື ຄ​ວາມ​ຊັກຊ້າ​ຂອງ​ພວກ​ເຮົາ​ໃນ​ການ​ດຳ​ເນີນ​ການ ຫຼື ບັງ​ຄັບ​ໃຊ້​ສິດ ຫຼື ການແກ້​ໄຂທີ່​ມີ​ໃຫ້​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ຫຼື ໂດຍ​ກົດ​ໝາຍ​ຈະ​ບໍ່​ຖື​ວ່າ​ເປັນ​ການ​ສະ​ລະ​ສິດ​ຕໍ່​ສິ່ງນັ້ນ ຫຼື ສິດ ຫຼື ການແກ້​ໄຂ​ອື່ນໆ ຫຼື ມັນ​ຈະ​ປ້ອງ​ກັນ ຫຼື ຈຳ​ກັດ​ການ​ດຳ​ເນີນ​ການ​ຂອງ​ສິ່ງນັ້ນ ຫຼື ສິດ ຫຼື ການແກ້​ໄຂອື່ນໆຕໍ່​ໄປ. ບໍ່​ມີ​ການ​ດຳ​ເນີນ​ການ​ຢ່າງ​ດຽວ ຫຼື ບາງ​ສ່ວນ​ຕໍ່​ກັບ​ການໃຊ້​ສິດ ຫຼື ການແກ້​ໄຂທີ່​ມີ​ໃຫ້​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ຫຼື ໂດຍ​ກົດ​ໝາຍ​ຈະ​ປ້ອງ​ກັນ ຫຼື ຈຳ​ກັດ​ການ​ໃຊ້ສິດ ຫຼື ການແກ້​ໄຂອື່ນໆ​ຕໍ່​ໄປ. ການ​ສະ​ລະ​ສິດ​ຕໍ່​ກັບຂໍ້​ກຳ​ນົດ​ໃດໆ​ຂອງຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ກໍ​ຕໍ່ເມື່ອ​ພວກ​ເຮົາ ຫຼື ຜູ້​ຕາງ​ໜ້າ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ພວກ​ເຮົາ​ໄດ້​ເຊັນ​ມັນ​ເປັນ​ລາຍ​ລັກ​ອັກ​ສອນ​ເທົ່າ​ນັ້​ນ.

 

ຂໍ້ກໍານົດການນຳໃຊ້ເຫຼົ່າ​ນີ້​ຈະ​ມີ​ຜົນ​ຜູກ​ພັນ ແລະ ຈະນຳ​ໄປໃຊ້​ເປັນ​ຜົນ​ປະ​ໂຫຍດ​ຂອງ​ພາກ​ສ່ວນ​ອື່ນ, ຜູ້​ສືບ​ທອດ ແລະ ຜູ້ມອບ​ໝາຍ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ. ບໍ່​ມີ​ໃຜ​ອີກ​ນອກ​ຈາກຄູ່​ສັນ​ຍາ, ຜູ້​ສືບ​ທອດ ແລະ ຜູ້ມອບ​ໝາຍ​ທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງ​ພວກ​ເຂົາ​ຈະ​ມີ​ສິດ​ໃນ​ການ​ບັງ​ຄັບ​ໃຊ້ຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້.

 

ທ່ານ​ຈະ​ບໍ່​ສາ​ມາດມອບ​ໝາຍຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້, ສິດ ຫຼື ໃບ​ອະ​ນຸ​ຍາດ​ທີ່​ໄດ້​ມອບ​ໃຫ້​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ຫຼື ການ​ໃຊ້​ງານ​ບັນ​ຊີ​ຂອງ​ທ່ານ​ກັບ Olam (ໂອ​ລາມ) ໄປ​ຫາ​ບຸກ​ຄົນ​ອື່ນ​ໂດຍ​ປາ​ສະ​ຈາກ​ການ​ຍິນຍອມ​ເປັນ​ລາຍ​ລັກ​ອັກ​ສອນ​ຈາກ​ພວກ​ເຮົາ​ກ່ອນ. ພວກ​ເຮົາ​ອາດ​ຈະມອບ​ໝາຍຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ໂດຍ​ປາ​ສະ​ຈາກ​ຄວາມ​ຍິນຍອມ​ຂອງ​ທ່ານ ຫຼື ຂໍ້​ຫ້າມ​ອື່ນໆ.

 

ຍົກ​ເວັ້ນ​ຕາມ​ທີ່​ໄດ້​ລະ​ບຸ​ໃນຂໍ້​ທີ 10 (ຄວາມ​ສາ​ມາດເຂົ້າ​ກັນ​ໄດ້) ແລະ 11 (ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ), ບຸກ​ຄົນ​ທີ່ບໍ່​ແມ່ນ​ຄູ່​ສັນ​ຍາ​ຂອງຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ບໍ່​ສາ​ມາດ​ບັງ​ຄັບ​ໃຊ້ຂໍ້​ກຳ​ນົດ​ໃດໆ​ພາຍ​ໃຕ້​ກົດ​ໝາຍສັນ​ຍາ (ສິດ​ຂອງພາກ​ສ່ວນທີ​ສາມ) (ບົດ​ທີ 53B ຂອງ​ສິງ​ກະ​ໂປ). ຄວາມ​ຍິນຍອມ​ຂອງ​ແຕ່​ລະໜ່ວຍ​ງານ​ໄດ້​ລະ​ບຸ​ໄວ້​ໃນ​ພາກ​ທີ 10 ແລະ 11 ແມ່ນບໍ່​ຈຳ​ເປັນ​ຕໍ່​ກັບ​ການ​ປ່ຽນ​ແປງ​ໃດໆ (ລວມ​ເອົາ​ການ​ເຜີຍແຜ່ ຫຼື ການ​ປະ​ນີ​ປະ​ນອມ​ໃນ​ບາງ​ສ່ວນ ຫຼື ທຸກ​ສ່ວນ​ຂອງ​ຄວາມ​ຮັບ​ຜິດ​ຊອບ) ຫຼື ການ​ສິ້ນ​ສຸດຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ ຫຼື ຂໍ້​ໃດ​ຂໍ້​ໜຶ່ງ ຫຼື ຫຼາຍກວ່າ​ໜຶ່ງ​ຂໍ້.

 

ບໍ່​ມີ​ພາກ​ສ່ວນ​ໃດ​ຈະ​ຮັບ​ຜິດ​ຊອບ​ຕໍ່​ກັບ​ຄວາມ​ຊັກ​ຊ້າ​ໃນ​ການປະ​ມວນ​ຜົນ ຫຼື ການບໍ່​ດຳ​ເນີນ​ການ​ໃດໆ​ທີ່​ເກີດ​ຈາກ​ການ​ສື່​ສານ​ໂທ​ລະ​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນຸ​ປະ​ໂພກ, ຄວາມ​ລົ້ມ​ເຫຼວ ຫຼື ຄວາມ​ລົ້ມ​ເຫຼວ​ຂອງ​ອຸ​ປະ​ກອນ; ການ​ປະ​ທະ​ກັນ​ຂອງ​ແຮງ​ງານ, ການ​ຈະ​ລາຈົນ, ສົງ​ຄາມ ຫຼື ການ​ໂຈມ​ຕີ​ຂອງ​ຜູ້ກໍ່​ການ​ຮ້າຍ; ການບໍ່​ປະ​ຕິ​ບັດ​ຕາມ​ຜູ້​ຂາຍ ຫຼື ຜູ້ສະ​ໜອງ; ໄຟ​ໄໝ້ ຫຼື ກົດ​ແຫ່ງ​ທຳ​ມະ​ຊາດ ຫຼື ເຫດ​ການ​ອື່ນໆ​ທີ່ຝ່າຍກ່ຽວ​ຂ້ອງ​ເຂົ້າ​ຄວບ​ຄຸມ​ຢ່າງບໍ່​ສົມ​ເຫດ​ສົມ​ຜົນ.

 

ເວັ້ນ​ແຕ່​ຈະລະ​ບຸ​ໄວ້​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້ຢ່າງ​ຊັດ​ເຈນ, ບໍ່​ມີ​ຫຍັງ​ໃນຂໍ້ກໍານົດການນຳໃຊ້​ເຫຼົ່າ​ນີ້​ເຮັດ​ໜ້າ​ທີ່​ເປັນ​ການ​ສ້າງ​ຫຸ້ນ​ສ່ວນ, ການ​ຮ່ວມ​ທຶນ ຫຼື ຄວາມ​ສຳ​ພັນ​ຂອງ​ໜ່ວຍ​ງານ​ອື່ນໆ ລະ​ຫວ່າງ​ທ່ານກັບ​ພວກເຮົາ. ທັງ​ທ່ານ ແລະ ພວກ​ເຮົາ​ບໍ່​ສາ​ມາດ​ຜູກ​ມັດ​ຝ່າຍ​ອື່ນດ້ວຍ​ສັນ​ຍາ ຫຼື ພັນ​ທະ ແລະ ບໍ່​ມີ​ຝ່າຍ​ໃດ​ສາ​ມາດສະ​ແດງ​ໃຫ້​ເຫັນວ່າ​ທ່ານ ຫຼື ພວກ​ເຮົາ​ມີ​ຄວາມ​ສາມ​າດ​ດັ່ງ​ກ່າວ.

 

ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ເຫຼົ່າ​ນີ້ ແລະ ນະ​ໂຍ​ບາຍ ແລະ ຂັ້ນ​ຕອນ​ທັງ​ໝົດ​ທີ່​ຖືກ​ລວມ​ເຂົ້າ​ກັນ​ໂດຍ​ການ​ອ້າງ​ອີງ​ລວມ​ເອົາ​ຂໍ້​ຕົກ​ລົງ​ທັງ​ໝົດ​ລະ​ຫວ່າງ​ທ່ານ ແລະ Olam (ໂອ​ລາມ) ຕໍ່​ກັບ​ການ​ຈັດ​ຫາ ແລະ ໃຊ້​ງານ​ເວັບ​ໄຊ ແລະ ການ​ບໍ​ລິ​ການ. ຍົກ​ເວັ້ນ​ໃນ​ກໍ​ລະ​ນີ​ທີ່​ໄດ້​ລະ​ບຸ​ໄວ້​ເປັນ​ຢ່າງ​ອື່ນເປັນ​ລາຍ​ລັກ​ອັກ​ສອນ​ໂດຍ​ຊັດ​ເຈນລະ​ຫວ່າງ​ທ່ານ ແລະ Olam (ໂອ​ລາມ), ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ເຫຼົ່າ​ນີ້​ຈະ​ມີ​ຜົນ​ເໜືອກວ່າ​ນະ​ໂຍ​ບາຍ​ຂໍ້​ຂັດ​ແຍ່ງ ຫຼື ຂໍ້​ຕົກ​ລົງ​ໃດໆ​ສຳ​ລັບ​ການ​ສະ​ໜອງ ຫຼື ການ​ນຳ​ໃຊ້​ເວັບ​ໄຊ ແລະ ການ​ບໍ​ລິ​ການ.

 

23.          ຄວາມ​ກັງ​ວົນ​ຂອງ​ທ່ານ

 

ຖ້າ​ຫາກ​ທ່ານ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ເນື້ອ​ຫາ​ທີ່​ປະກົດ​ຢູ່​ໃນເວັບ​ໄຊຂອງ​ພວກ​ເຮົາ, ກະ​ລຸ​ນາ​ຕິດ​ຕໍ່ຫາ DigitalPMO@olamnet.com.

 

ພວກ​ເຮົາ​ຈະສົ່ງ​ແຈ້ງ​ການ​ທັງ​ໝົດ​ໃຫ້​ທ່ານ​ຮູ້​ຕາມ​ທີ່ຢູ່​ອີ​ເມວ ຫຼື ທີ່​ຢູ່​ທີ່​ທ່ານ​ໄດ້​ໃຫ້​ກັບ​ພວກ​ເຮົາ. ທ່ານ​ຮັບ​ຜິດ​ຊອບ​ແຕ່​ພຽງ​ຜູ້​ດຽວ​ຕໍ່​ກັບ​ການໃຫ້ຂໍ້​ມູນ​ທີ່ເປັນ​ປັດ​ຈຸ​ບັນ​ກັບ​ພວກ​ເຮົາ. ທ່ານ​ເຫັນ​ດີໃນ​ທີ່ນີ້​ວ່າ​ຂໍ້​ຕົກ​ລົງ, ແຈ້​ງການ, ການ​ເປີດ​ເຜີຍ ແລະ ການ​ສື່​ສານ​ອື່ນໆ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ​ໃຫ້ແກ່​ທ່ານ​ທາງ​ອີ​ເລັກ​ໂທ​ຣ​ນິກແມ່ນ​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ທີ່​ການ​ສື່​ສານດັ່ງ​ກ່າວຕ້ອງ​ເຮັດ​ເປັນ​ລາຍ​ລັກ​ອັກ​ສອນ.

 

ຂໍ​ຂອບ​ໃຈ​ສຳ​ລັບ​ການ​ເຂົ້າ​ຊົມເວັບ​ໄຊຂອງ​ພວກ​ເຮົາ - ອັບ​ເດດ​ຫຼ້າສຸດ : [x] 2021 - ເວີ​ຊັນ [x]

 

ເອ​ກະ​ສານ​ຊ້ອນທ້າຍ A – ຂໍ້​ກຳ​ນົດ​ເພີ່ມ​ເຕີມ

 

ຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນ

 

ຖ້າ​ຫາກ​ທ່ານ​ໃຫ້​ການ​ເຂົ້​າ​ເຖິງ (ຫຼື ໃຫ້ Olam ໃນ​ການ​ເຂົ້າ​ເຖິງ) ຂໍ້​ມູນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ​ທີ​ສາມ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ເຖິງເວັບ​ໄຊ ຫຼື ການ​ອະນຸ​ຍາດ​ນຳ​ໃຊ້​ເນື້ອ​ຫາ​ໃດ​ໜຶ່ງ, ທ່ານ​ເຫັນ​ດີ​ຕໍ່​ການ​ປະ​ຕິ​ບັດ​ຕາມເງື່ອນ​ໄຂ ແລະ ຂໍ້​ກຳ​ນົດເພີ່ມ​ເຕີມ ("ຂໍ້​ກຳນົດ​ການ​ແບ່ງ​ປັນ​ຂໍ້​ມູນ"), ເຊິ່ງ​ຖືກ​ລວມ​ເຂົ້າ​ກັນ​ໂດຍ​ການ​ອ້າງ​ອີງ​ເຖິງຂໍ້ກໍານົດການນຳໃຊ້.  ຂໍ້​ກຳ​ນົດ​ທີ່​ເປັນ​ຕົວ​ພິມໃຫຍ່​ແຕ່ບໍ່​ໄດ້​ກຳ​ນົດ​ໄວ້​ໃນ​ທີ່ນີ້​ຈະ​ມີ​ຄວາມ​ໝາຍ​ຕາມ​ທີ່​ກຳ​ນົດ​ໄວ້ໃນຂໍ້ກໍານົດການນຳໃຊ້. ກະ​ລຸ​ນາ​ອ່ານຂໍ້ກຳ​ນົດການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່ານີ້​ໃຫ້​ລະ​ອຽດ.

 

1.       ທ່ານ​ອາດ​ຈະ​ເຄີຍ​ເຮັດ​ຂໍ້​ຕົກ​ລົງ ຫຼື ຕໍ່​ມາໄດ້​ເຮັດ​ຂໍ້​ຕົກ​ລົງ​ເປັນລາຍ​ລັກ​ອັກ​ສອນແຍກ​ຕ່າງ​ຫາກ​ກັບ Olam (ໂອ​ລາມ) ໂດຍ​ທີ່ Olam ໄດ້​ເຫັນ​ດີ ຫຼື ຈະ​ເຫັນ​ດີ​ອະ​ນຸ​ຍາດ​ໃຫ້​ທ່ານ​ເຂົ້າ​ເຖິງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ ("ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນ").  ໃນ​ກໍ​ລະ​ນີ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ລະ​ຫວ່າງ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້, ຖະ​ແຫຼງ​ການ​ຄວາມ​ເປັນ​ສ່ວນ​ຕົວ ແລະ ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່າ​ນີ້, ຂໍ້​ກຳ​ນົດ​ຂອງຂໍ້ກໍານົດການນຳໃຊ້​ຈະ​ມີ​ຜົນ​ເໜືອກວ່າ, ຢູ່​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ເປັນ​ສ່ວນ​ຕົວ​ທີ່​ໃຊ້​ໄດ້ ແລະ ໃນ​ຂອບ​ເຂດເທົ່າ​ນັ້​ນ.

 

2.       ຂໍ້ກໍານົດການນຳໃຊ້, ຂໍ້​ກຳນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່າ​ນີ້ ແລະ ຂໍ້​ກຳ​ນົດ​ທີ່​ໄດ້ກຳ​ນົດ​ໃນ​ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນໃດໜຶ່ງຈະ​ໃຊ້​ກັບ​ການ​ຍົກ​ເວັ້ນ​ຂໍ້​ກຳ​ນົດ​ອື່ນໆ​ທີ່​ທ່ານ​ຕ້ອງ​ການ​ກຳ​ນົດ ຫຼື ຮວມ​ເຂົ້າ​ກັນ, ບໍ່​ວ່າ​ຈະ​ຜ່ານ​ຄຳ​ສັ່ງ​ຊື້, ໂດຍ​ການ​ຕອບ​ກັບ​ໂດຍ​ຜ່ານ​ຄູ່​ສັນ​ຍາ ຫຼື ບຸກ​ຄົນ​ອື່ນ ຫຼື ທີ່​ກຳ​ນົດ​ໂດຍ​ການ​ຄ້າ, ປະ​ເພ​ນີ, ການ​ປະ​ຕິ​ບັດ ຫຼື ແນວ​ທາງ​ການ​ຊື້​ຂາຍ.

 

3.       ໃນຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນ​ເຫຼົ່າ​ນີ້ຄຳ​ສັບ ແລະ ວະ​ລີ​ຕໍ່​ໄປ​ນີ້​ຈະ​ມີ​ຄວາມ​ໝາຍ​ດັ່ງຕໍ່​ໄປ​ນີ້, ເວັ້ນ​ເສຍ​ແຕ່​ວ່າ​ມັນ​ບໍ່​ສອດ​ຄ່ອງ​ກັບ​ບໍ​ລິ​ບົດ ຫຼື ລະ​ບຸ​ໄວ້​ເປັນ​ຢ່າງອື່ນ:

"ກົດ​ໝາຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ" ໝາຍ​ເຖິງ​ກົດ​ໝາຍ, ຂໍ້​ບັງ​ຄັບ, ຄຳ​ສັ່ງ ແລະ ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ບານ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ສ່ວນ​ຕົວ, ຄວາມ​ລັບ, ຄວາມ​ປອດ​ໄພ, ຄວາມ​ສົມ​ບູນ ແລະ ການ​ປົກ​ປ້ອ​ງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່​ບັງ​ຄັບ​ໃຊ້​ເປັນ​ບາງ​ຄັ້ງ​ໃນ​ສ່ວນ​ຕ່າງໆ​ຂອງ​ໂລກ​ທີ່​ຄູ່​ສັນ​ຍາ​ດຳ​ເນີນ​ການ ແລະ/ຫຼື ປະ​ມວນ​ຜົນ​ຂໍ້​ມູນ​ສ່ນ​ຕົວ (ບໍ່​ວ່າ​ຈະ​ເປັນ​ທາງ​ກົງ ຫຼື ຜ່ານ​ພາກ​ສ່ວນທີ​ສາມ);

 

"ຜູ້​ຄວບ​ຄຸມ​ຂໍ້​ມູນ", "ຂໍ້​ມູນ​ສ່ວນ​ຕົວ" ແລະ "ປະ​ມວນຜົນ/​ການ​ປະ​ມວນ​ຜົນ" ຈະ​ຖືກ​ຕີ​ຄວາມ​ໝາຍ​ຕາມ​ກົດ​ໝາຍ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້; ແລະ

 

"ຂໍ້​ມູນ​ສ່ວ​ນຕົວ" ໝາຍ​ເຖິງ​ຂໍ້​ມູນ​ສ່ວນ​ຕົວ​ໃດ​ໜຶ່ງ ແລະ ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງກັບ​ເຈົ້າ​ຂອງ​ຂໍ້​ມູນ​ທີ່ Olam (ໂອ​ລາມ) ໃຫ້​ໄວ້, ບໍ່​ວ່າ​ຈະ​ຢູ່​ໃນ ຫຼື ຜ່ານ​ເວັບ​ໄຊ ຫຼື ຢ່າງອື່ນ, ລວມ​ທັງ​ຂໍ້​ມູນ​ທີ່ບໍ່ແມ່ນ​ຂໍ້​ມູນສ່ວນ​ຕົວ​ທີ່​ອາດ​ຈະຢູ່​ລວມ​ກັບ​ຂໍ້​ມູນ​ອື່ນ​ທີ່​ມີ​ໃຫ້​ຢູ່​ໃນ​ເວັບ​ໄຊ, ລວມ​ກັບຈຳ​ນວນ​ຂໍ້​ມູນ​ສ່ວນ​ຕົວ.

 

ຄູ່​ສັນ​ຍາ” ໝາຍ​ເຖິງ​ທ່ານ ແລະ Olam (ໂອ​ລາມ) ແລະ “ຝ່າຍ” ໝາຍ​ເຖິງ​ທ່ານ ຫຼື Olam, ຕາມ​ບໍ​ລິ​ບົດ​ທີ່​ຕ້ອງ​ການ.

 

SCC” ໝາຍ​ເຖິງ​ຂໍ້​ສັນ​ຍາ​ມາດ​ຕະ​ຖານ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ​ຕໍ່​ກັບ​ການ​ຖ່າຍ​ໂອນ​ຂໍ້​ມູນສ່ວນຕົວ​ຈາກ​ສະ​ຫ​ະ​ພາບ​ເອີ​ຣົບ​ໄປ​ຫາ​ຜູ້​ປະ​ມວນ​ຜົນ​ທີ່​ຢູ່​ປະ​ເທດ​ທີ​ສາມ (ການ​ຖ່າຍ​ໂອນ​ຂໍ້​ມູນຜູ້​ຄວບ​ຄຸມ​ຂໍ້​ມູນ​ຫາຜູ້​ປະ​ມວນຜົນ), ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງຂໍ້​ຕົກ​ລົງຂອງ​ຄະ​ນະ​ກຳ​ມະ​ການ 2010/87/EU.

 

4.       Olam (ໂອ​ລາມ) ຈະ​ຮັກ​ສາ​ຄວາມ​ເປັນ​ເຈົ້າ​ຂອງ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ທີ່ແບ່ງ​ປັນ​ກັບ​ທ່ານ​ໂດຍບໍ່​ກ່ຽວ​ກັບ​ສິດ​ໃນ​ການ​ເຂົ້າ​ເຖິງ ແລະ ນຳ​ໃຊ້​ທີ່​ໄດ້​ໃຫ້​ອະ​ນຸ​ຍາດ​ແກ່​ທ່ານ ແລະ ທ່ານ​ຈະ​ບໍ່​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ໂດຍ​ປະ​ສະ​ຈາກ​ການ​ອະ​ນຸ​ຍາດ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຢ່າງ​ຊັດ​ເຈນ​ຈາກ​ໂອ​ລາມ ຫຼື ໃນ​ລັກ​ສະ​ນະ​ທີ່ບໍ່​ສອດ​ຄ່ອງ​ກັບ​ການ​ອະ​ນຸ​ຍາດ​ທີ່​ໄດ້​ມອບ​ໃຫ້​ແກ່​ທ່ານ. ນອກ​ຈາກນີ້, ໃນ​ເວ​ລາ​ທີ່​ນຳ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ ແລະ/ຫຼື ຂໍ້​ມູນ​ຂອງ Olam, ທ່ານ​ຈະ​ຕ້ອງ​ລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ດັ່ງ​ກ່າວ ແລະ/ຫຼື ຂໍ້​ມູນ​ຂອງ Olam, ຖ້າ​ຫາກ Olam ຮ້ອງ​ຂໍ​ໃນ​ລັກ​ສະ​ນະ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ Olam.

 

5.       ທ່ານ​ຮັບ​ຮູ້ ແລະ ເຫັນ​ດີ​ວ່າ​ການ​ຍິນຍອມ​ທີ່ໄດ້​ຮັບ​ຈາກ​ເຈົ້າ​ຂອງຂໍ້​ມູນ​ທີ່ໃຫ້​ຂໍ້​ມູນ​ສ່ວນຕົວ (ຖ້າ​ມີ), ຂໍ້ກໍານົດການນຳໃຊ້ນີ້ ແລະ ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນ​ຈະ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ທີ່​ມີ​ໃຫ້​ແກ່​ທ່ານ​ຜ່ານ ຫຼື ໂດຍ​ກ່ຽວ​ຂ້ອງ​ກັບ​ເວັບ​ໄຊ (“ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ”).

 

6.       ທ່ານ​ຕ້ອງ​ດຳເນີນ​ການ​ເພື່ອ​ຂໍ​ຮັບ​ການ​ຍິນຍອມ​ທີ່​ຈຳ​ເປັນ​ທັງ​ໝົດ​ຈາກ​ເຈົ້າ​ຂອງ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ ແລະ Olam ສຳ​ລັບ​ການ​ນຳໃຊ້​ຂໍ້​ມູນ​ສ່ວນ​ຕົວ​ໂດຍ​ທ່ານ​ເພື່ອ​ຈຸດ​ປະ​ສົງ​ທີ່ນອກ​ເໜືອ​ຈາກການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ປັດ​ຈຸ​ບັນ. ຖ້າ​ຫາກ​ທ່ານ​ຕ້ອງ​ການ​ຢືນ​ຢັນວ່າ​ການ​ໃຊ້​ງານ​ທີ່​ໄດ້​ສະ​ເໜີ​ໄປ​ນັ້ນ​ແມ່ນ​ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ຫຼື ຕ້ອງ​ການ​ຄວາມ​ຍິນຍອມ​ເພີ່ມ​ເຕີມ, ທ່ານ​ສາ​ມາດ​ຕິດ​ຕໍ່​ຫາ​ພວກ​ເຮົາ ແລະ ສອບ​ຖາມ​ຕາມນັ້​ນ.

 

7.       ທ່ານ​ຮັບ​ຮູ້​ວ່າ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ຖືກ​ຮວບ​ຮວມ​ໃນ​ລັກ​ສະ​ນະ​ທີ່​ຖືກກົດ​ໝາຍ​ໂດຍ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້, ຖະ​ແຫຼງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Olam [Link] ແລະ ແຈ້ງ​ການ​ການ​ເກັບ​ກຳ​ຂໍ້​ມູນ​ສ່ວນ​ຕົວ​ທີ່ມອບ​ໃຫ້​ແກ່​ເຈົ້າ​ຂອງ​ຂໍ້​ມູນ, ​ເຊິ່ງ​ສຳ​ເນົາ​ດັ່ງ​ກ່າວ​ຈະ​ມີ​ໃຫ້​ແກ່​ທ່ານຕາມ​ຄຳ​ຂໍ.

 

8.       ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ຂໍ້​ກຳ​ນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່າ​ນີ້, ທ່ານ ແລະ Olam ດຳ​ເນີນ​ການ​ເປັນ​ຜູ້​ຄວບ​ຄຸມ​ຂໍ້​ມູນ​ອິດ​ສະລະທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຂົາ​ປະ​ມວນ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ຕາມພັນ​ທະ​ໜ້າ​ທີ່ຂອງ​ພວກ​ເຂົາ​ພາຍ​ໃຕ້ຂໍ້ກໍານົດການນຳໃຊ້ ແລະ ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນ (ລວມ​ເອົາ​ແຕ່ບໍ່ຈຳ​ກັດ​ເຖິງການ​ເຂົ້າ​ເຖິງ, ການ​ນຳ​ໃຊ້ ຫຼື ການ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່​ມີ​ໃຫ້​ໃນ​ເວັບ​ໄຊ) ແລະ ແຕ່​ລະ​ຢ່າງ​ຕ້ອງ​ປະ​ຕິ​ບັດ​ຕາມ​ພັນ​ທະໜ້າ​ທີ່ພາຍ​ໃຕ້​ກົດ​ໝາຍ​ການ​ຄຸ້​ມ​ຄອງ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ ແລະ ຈະ​ຈັດ​ຫາ​ຄວາມ​ຍິນຍອມ​ທີ່​ຈຳ​ເປັນ​ທັງ​ໝົດ​ຈາກ​ເຈົ້າ​ຂອງ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ສຳ​ລັບ​ຜູ້​ຄວບ​ຄຸມ​ຂໍ້​ມູນແຕ່​ລະ​ຢ່າງ​ເພື່ອ​ນຳ​ໃຊ້​ຂໍ້​ມູນ​ສ່ວນ​ຕົວນັ້ນ​ຕາມ​ການ​ພິ​ຈາ​ລະ​ນາ​ໃນຂໍ້ກໍານົດການນຳໃຊ້ ແລະ ຂໍ້​ຕົກ​ລົງ​ການ​ແບ່ງ​ປັນ​ຂໍ້​ມູນ.

 

9.       ແຕ່​ລະ​ຝ່າຍ​ຮັບ​ຮູ້ໃນ​ຖາ​ນະ​ທີ່ເປັນ​ຜູ້​ຄວບ​ຄຸມຂໍ້​ມູນອິດ​ສະ​ລະວ່າພວກ​ເຂົາ​ອາດ​ຈະ​ໃຊ້​ຜູ້​ປະ​ມວນ​ຜົນ​ຂໍ້​ມູນ​ພາຍນອກ​ຕາມ​ລຳ​ດັບ​ເພື່ອ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນຳ​ໃຊ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ. ໃນ​ການ​ດຳ​ເນີນ​ການ​ດັ່ງ​ກ່າວ, ທ່ານ​ຈະ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Olam [Link] ແລະ ຈະ​ຮັບ​ປະ​ກັນ​ວ່າ​ຜູ້​ປະ​ມວນ​ຜົນ​ຂໍ້​ມູນ​ພາຍນອກ, ທີ່​ທ່ານ​ໃຫ້ອະ​ນຸ​ຍາດ​ໃນ​ການ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ແມ່ນຢູ່​ພາຍ​ໃຕ້​ພັນ​ທະ​ໜ້າ​ທີ່​ການ​ຮັກ​ສາ​ຄວາມ​ລັບ​ທີ່​ເໝາະ​ສົມ, ຈະ​ປະ​ຕິ​ບັດຕາມພັນ​ທະ​ຂອງ​ພວກ​ເຂົາ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ປະ​ມວນ​ຜົນ​ພາຍ​ໃຕ້​ກົດ​ໝາຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້ ແລະ ຈະ​ແຈ້ງໃຫ້​ທ່ານຮູ້​ທັນ​ທີ (ຜູ້​ທີ່​ຈະ​ແຈ້ງ​ໃຫ້ Olam ຮູ້) ໃນ​ກໍ​ລະ​ນີທີ່ມີ​ການລະ​ເມີດ​ຂໍ້​ມູນ.

 

10.     ຄູ່​ສັນ​ຍາ​ແຕ່​ລະ​ຝ່າຍ​ຕ້ອງ​ໃຫ້ຄວາມ​ຮ່ວມ​ມື​, ຂໍ້​ມູນ ແລະ ຄວາມ​ຊ່ວຍ​ເຫຼືອ​ທີ່​ສົມ​ເຫດ​ສົມ​ຜົນ​ຕາມ​ຄຳ​ຂໍ​ໃນ​ບາງ​ຄັ້ງ​ເພື່ອ​ໃຫ້​ອີກ​ຝ່າຍ​ໜຶ່ງ​ສາ​ມາດ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ພວກ​ເຂົາ​ພາຍ​ໃຕ້​ກົດ​ໝາຍ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້.

 

11.     ຄູ່​ສັນ​ຍາ​ຈະ​ບໍ່ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ໂດຍ​ການ​ຮັບ​ຮູ້​ຢ່າງ​ດີ​ພາຍ​ໃຕ້​ຂໍ້​ກຳ​ນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່ານີ້​ໃນ​ລັກ​ສະ​ນະ​ທີ່​ຈະ​ເຮັດ​ໃຫ້​ອີກ​ຝ່າຍ​ໜຶ່ງ​ລະ​ເມີດ​ພັນ​ທະ​ຂອງ​ພວກ​ເຂົາ​ພາຍ​ໃຕ້​ກົດ​ໝາຍ​ການ​ຄຸ້ມ​ຄອງ​ຂໍ້​ມູນທີ່​ບັງ​ຄັບ​ໃຊ້.

 

12.     ແຕ່​ລະ​ຝ່າຍ​ຕ້ອງ​ມີ​ມາດ​ຕະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອົງ​ກອນ ແລະ ທາງ​ເຕັກນິກ​ທີ່​ເໝາະ​ສົມ​ເພື່ອໃຫ້ຂໍ້​ມູນ​ສ່ວນ​ບຸກ​ຄົນໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ປະ​ມວນ​ຜົນ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຫຼື ຜິດ​ກົດ​ໝາຍ ແລະ ຈາກ​ການ​ສູນ​ເສຍ, ການ​ທຳ​ລາຍ ຫຼື ຄວາມ​ເສຍ​ຫາຍ​ໂດຍບັງ​ເອີນ.

 

13.     ຖ້າ​ຫາກ​ຝ່າຍ​ໃດ​ໜຶ່ງ​ໄດ້​ຮັບ​ຂໍ້​ມູນ​ສ່ວນ​ຕົວ​ແບບບໍ່​ເປີດ​ເຜີຍ​ຊື່, ຝ່າຍນັ້ນ​ຈະ​ບໍ່​ພະ​ຍາ​ຍາມສ້າງວິ​ສະ​ວະ​ກຳ​ຍ້ອນ​ກັບ, ການ​ສ້າງ​ຄືນ, ລວມ​ກັບ​ຊຸດ​ຂໍ້​ມູນ​ອື່ນ ຫຼື ລະ​ບຸ​ເຈົ້າ​ຂອງ​ຂໍ້​ມູນ​ຄືນ​ຈາກຂໍ້​ມູນ​ສ່ວນ​ຕົວ​ທີ່ບໍ່​ເປີດ​ເຜີຍ​ຊື່.

 

14.     ບ່ອນ​ທີ່​ທ່ານ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່ໃນ​ສະ​ຫາ​ລາ​ດຊະ​ອາ​ນາ​ຈັກ ຫຼື ສະ​ຫະ​ພາບ​ເອີ​ຣົບ ຫຼື ມີ​ພັນ​ທະ​ຕາມ​ລະ​ບຽບ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ທົ່​ວ​ໄປ 2016/679 (GDPR), ທ່ານ​ຈະ​ບໍ່ (ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ປະ​ມວນ​ທີ່​ເຮັດ​ສັນ​ຍາ​ກັບ​ທ່ານ) ສົ່ງ ຫຼື ປະ​ມວນຜົນ​ຂໍ້​ມູນ​ສ່ວນບຸກ​ຄົນ​ນອກ​ເຂດ​ເສດ​ຖະ​ກິດ​ເອີ​ຣົບ (EEA), ເວັ້ນ​ເສຍ​ແຕ່​ວ່າ​ມັນ​ເປັນ​ໄປ​ຕາມ​ຂໍ້​ທີ 9 ຂ້າງ​ເທິງ, GDPR ແລະ ກົດ​ໝາຍ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້​ອື່ນໆ.

 

15.     ຖ້າ​ຫາກ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່​ໂອນ​ລະ​ຫວ່າງ Olam (ໂອ​ລາມ) ແລະ ທ່ານ​ຈຳ​ເປັນ​ຕ້ອງ​ມີ​ການ​ດຳ​ເນີນ​ການ SCC ຢ່າງ​ຖືກ​ຕາມ​ກົດ​ໝາຍເພື່ອໃຫ້ Olam ຫຼື ທ່ານ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້, ຄູ່​ສັນ​ຍາ​ຈະ​ເຮັດ​ສຳ​ເລັດ ແລະ ດຳ​ເນີນ​ການ SCC ແລະ ດຳ​ເນີນ​ການ​ອື່ນໆ​ທັງ​ໝົດ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້ເພື່ອ​ໃຫ້​ການ​ຖ່າ​ຍ​ໂອນຖືກ​ຕ້ອງ​ຕາມ​ກົດ​ໝາຍ​.

 

16.     ແຕ່​ລະ​ພາກ​ສ່ວ​ນ​ຈະຮັບ​ຜິດ​ຊອບ​ພາກ​ສ່ວນ​ອື່ນ​ຕໍ່​ກັບ​ຄວາມ​ເສຍ​ຫາຍ​ທີ່​ມັນ​ເກີດ​ຈາກ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ການ​ແບ່ງ​ປັ​ນ​ຂໍ້​ມູນ​ເຫຼົ່າ​ນີ້. ຄວາມ​ຮັບ​ຜິດ​ຊອບລະ​ຫວ່າງ​ຄູ່​ສັນ​ຍາ​ແມ່ນ​ຈຳ​ກັດ​ຢູ່​ທີ່​ຄວາມ​ເສຍ​ຫາຍ​ທີ່​ເກີດຂຶ້ນ​ແທ້​ຈິງ​ເທົ່າ​ນັ້ນ. ການ​ສູນ​ເສຍ​ໂດຍ​ທາງ​ອ້ອມ ຫຼື ຜົນ​ຕາມ​ມາ, ການ​ສູນ​ເສຍ​ກຳ​ໄລ, ການ​ສູນ​ເສຍ​ຊື່​ສຽງ ແລະ ຄວາມ​ເສຍ​ຫາຍ​ໃນ​ລັ​ກ​ສະ​ນະ​ລົງ​ໂທດແມ່ນ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂດຍ​ສະ​ເພາະ. ແຕ່​ລະ​ຝ່າຍ​ຈະຮັບ​ຜິດ​ຊອບ​ຕໍ່​ເຈົ້າ​ຂອງ​ຂໍ້​ມູນຕໍ່​ກັບ​ຄວາມ​ເສຍ​ຫາຍ​ທີ່​ມັນ​ເກີດ​ຈາກ​ການ​ລະ​ເມີດສິດ​ຂອງພາກ​ສ່ວນທີ​ສາມ​ພາຍ​ໃຕ້​ຂໍ້​ກຳ​ນົດ​ການ​ແບ່ງ​ປັ​ນ​ຂໍ້​ມູນ​ເຫຼົ່າ​ນີ້.

 

17.     ໂດຍ​ປາ​ສະ​ຈາກ​ອະຄະ​ຕິ​ຕໍ່​ສິດ​ໃດໆ​ທີ່​ເກີດ​ຂຶ້ນ​ພາຍ​ໃຕ້ຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນ​ເຫຼົ່າ​ນີ້ ຫຼື ສິດ ຫຼື ການແກ້​ໄຂ​ໃດ​ໜຶ່ງ, ຝ່າຍ​ໃດໜຶ່ງ​ອາດ​ຈະ​ສິ້ນ​ສຸດຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນ​ເຫຼົ່າ​ນີ້ມີ​ຜົນ​ທັນ​ທີ​ໂດຍ​ການ​ໃຫ້​ແຈ້ງ​ການ​ເປັນ​ລາຍ​ລັກ​ອັກ​ສອນ​ແກ່​ຝ່າຍ​ອື່ນ, ຖ້າ​ຫາກ ຝ່າຍ​ອື່ນ​ເຮັດ​ການ​ລະ​ເມີດຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນ​ເຫຼົ່າ​ນີ້.

 

18.     ຂໍ້​ກຳ​ນົດການ​ແບ່ງ​ປັນຂໍ້​ມູນເຫຼົ່າ​ນີ້​ຈະສືບ​ຕໍ່​ບັງ​ຄັບ​ໃຊ້ ແລະ ມີ​ຜົນ​ບັງຄັບ​ໃຊ້​ຈົນ​ກວ່າ​ຈະ​ໝົດ​ອາ​ຍຸ ຫຼື ການ​ສິ້ນ​ສຸດ​ຂໍ້​ຕົກ​ລົງ​ການແບ່ງ​ປັນ​ຂໍ້​ມູນ ຫຼື ເຂົ້າ​ເຖິງ​ເວັບ​ໄຊ  ຫຼື ການ​ອະ​ນຸ​ຍາດ​ນຳ​ໃຊ້​ເນື້ອ​ຫາ​ໃດ​ໜຶ່ງ​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ແມ່ນ​ການ​ຖອນ ຫຼື ການ​ສິ້ນ​ສຸດ, ແລ້ວ​ແຕ່​ກໍ​ລະ​ນີ​ວ່າ​ອັນ​ໃດ​ຈະເປັນ​ອັນ​ເກີດ​ຂຶ້ນ​ພາຍຫຼັງ. ການສິ້ນ​ສຸດ​ຂໍ້​ກຳ​ນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່າ​ນີ້​ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່ສິດ​ທີ່​ເກີດຂຶ້ນ, ການແກ້​ໄຂ, ພັນ​ທະ​ຜູກ​ມັດ ຫຼື ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄູ່​ສັນ​ຍາ​ທີ່​ມີ​ຢູ່​ເມື່ອ​ມີການ​ສິ້ນ​ສຸດ.  ເງື່ອນ​ໄຂ​ໃດໆຂອງ​ຂໍ້​ກຳ​ນົດ​ເຫຼົ່າ​ນີ້​ທີ່​ຊັດ​ເຈນ ຫຼື ໂດຍກົງ​ໄປ​ກົງ​ມາ​ແມ່ນ​ມີ​ຈຸດ​ປະ​ສົງ​ໃນ​ການ​ບັງ​ຄັບ​ໃຊ້ ຫຼື ໃຫ້​ມີ​ຜົນ​ບັງ​ຄັບ​ໃຊ້​ຕໍ່​ໄປ ຫຼື ຫຼັງ​ຈາກ​ການສິ້ນ​ສຸດ​ຂອງ ເອ​ກະ​ສານ​ຊ້ອນ​ທ້າຍ A ນີ້​ຈະ​ສືບ​ຕໍ່​ມີ​ຜົນ​ບັງ​ຄັບ​ໃຊ້ ແລະ ມີຜົນ​ສັກ​ສິດ.

 

19.     ບໍ່​ມີ​ການ​ສະ​ລະສິດ​ຕໍ່​ການ​ລະ​ເມີດ​ໃດ​ໆ​ຕໍ່​ກັບເງື່ອນ​ໄຂ​ຂອງຂໍ້​ກຳ​ນົດ​ການ​ແບ່ງ​ປັນ​ຂໍ້​ມູນ​ເຫຼົ່າ​ນີ້ ຫຼື ພັນ​ທະ​ຜູກ​ພັນ​ໃນ​ການ​ປະ​ຕິ​ບັດ​ງານ​ພາຍ​ໃຕ້​ເງື່ອນ​ໄຂ​ນີ້​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້, ເວັ້ນ​ແຕ່​ວ່າ​ໄດ້​ມີ​ການລະ​ບຸ​ເປັນ​ລາຍ​ລັກ​ອັກ​ສອນສະ​ເພາະ.

 

ເອ​ກະ​ສານ​ຊ້ອນ​ທ້າຍ B – ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້

 

ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້​ແມ່ນໄດ້​ຖືກ​ຮວມ​ໄວ້​ໂດຍ​ການ​ອ້າງ​ອີງ​ໃນ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້ ແລະ ກຳ​ນົດ​ເງື່ອນ​ໄຂລະ​ຫວ່າງ​ທ່ານ ແລະ Olam (ໂອ​ລາມ) ເຊິ່ງ​ທ່ານ​ສາ​ມາດ​ເຂົ້າ​ເຖິງ​ເວັບ​ໄຊ ຫຼື ນຳ​ໃຊ້​ເນື້ອ​ຫາໄດ້. ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້​ບັງ​ຄັບ​ໃຊ້​ຕໍ່​ກັບ​ຜູ້​ໃຊ້ ແລະ ຜູ້​ເຂົ້າ​ຊົມ​ເວັບ​ໄຊທຸກ​ຄົນ. ການ​ນຳ​ໃຊ້​ເວັບ​ໄຊ​ຂອງ​ທ່ານ​ໝາຍ​ຄວາມວ່າ​ທ່ານຍອມ​ຮັບ ແລະ ເຫັນ​ດີ​ໃນ​ການ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ທັງ​ໝົດ​ໃນ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້.

 

1.       ການ​ນຳ​ໃຊ້​ທີ່​ຖືກ​ຫ້າມ

 

ທ່ານ​ສາ​ມາດຈະ​ນຳ​ໃຊ້​ເວັບ​ໄຊນີ້ໄດ້ເພື່ອ​ຈຸດ​ປະ​ສົງ​ທີ່​ຖືກ​ກົດ​ໝາຍ​ເທົ່າ​ນັ້ນ 

 

ທ່ານບໍ່​ສາ​ມາດ​ນຳ​ໃຊ້​ເວັບ​ໄຊຂອງ​ພວກ​ເຮົາ​:

 

  • ໃນ​ທາງ​ທີ່​ລະ​ເມີດ​ກົດ​ໝາຍ ຫຼື ຂໍ້​ບັງຄັບ​ຂອງ​ທ້ອງ​ຖິ່ນ, ລະ​ດັບ​ປະ​ເທດ ຫຼື ລະ​ດັບ​ສາ​ກົນ;
  • ໃນ​ທາງ​ທີ່​ຜິດ​ກົດໝາຍ ຫຼື ການ​ສໍ້​ໂກງ ຫຼື ມີ​ຈຸດ​ປະ​ສົງ ຫຼື ຜົນ​ກະ​ທົບ​ທີ່​ຜິດ​ກົດ​ໝາຍ ຫຼື ເປັນ​ການ​ສໍ້​ໂກງ;
  • ເພື່ອ​ຈຸດ​ປະ​ສົງ​ທີ່​ເປັນ​ອັນຕະ​ລາຍ ຫຼື ພະ​ຍາ​ຍາມ​ເຮັດ​ໃຫ້ເປັນ​ອັນ​ຕະ​ລາຍ​ຕໍ່​ເດັກນ້ອຍ ຫຼື ບຸກ​ຄົນ, ໃນ​ທາງ​ໃດ​ທາງ​ໜຶ່ງ;
  • ເພື່ອ​ສົ່ງ, ຮັບ​ເອົາ, ອັບ​ໂຫຼດ, ດາວ​ໂຫຼດ, ນຳ​ໃຊ້ໂດຍ​ເຈດ​ຕະ​ນາ ຫຼື ນຳ​ໃຊ້​ຄືນ​ເນື້ອ​ຫາ​ທີ່ບໍ່​ເປັນ​ໄປ​ຕາມ​ມາດ​ຕະ​ຖານ​ເນື້ອ​ຫາ​ຂອງ​ພວກ​ເຮົາ;
  • ເພື່ອ​ສົ່ງ ຫຼື ຈັດ​ຫາ​ການ​ສົ່ງໂຄ​ສະ​ນາ ຫຼື ເນື້ອ​ຫາ​ການສົ່ງ​ເສີມທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຫຼື ບໍ່ ເໝາະ​ສົມ ຫຼື ຮູບ​ແບບ​ອື່ນໆ​ທີ່​ບໍ່​ເໝາະ​ສົມ​ທີ່​ຄ້າຍ​ຄື​ກັນ (ສະ​ແປມ); ຫຼື
  • ເພື່ອ​ສົ່ງ​ຂໍ້​ມູນ, ສົ່ງ ຫຼື ອັບ​ໂຫຼດ​ເນື້ອ​ຫາ​ໃດໆ​ທີ່​ມີ​ໄວ​ຣັ​ສ, ມ້າ​ໂທ​ຣ​ຈານ, ໜອນ​ຄອມ​ພິ​ວ​ເຕີ, ລະ​ເບີດ​ເວ​ລາ, ຕົວ​ບັນ​ທຶກ​ການ​ກົດ​ແປ້ນ​ພິມ, ສະ​ປາຍ​ແວ, ແອດ​ແວ ຫຼື ໂປ​ຣ​ແກ​ຣມ​ທີ່​ເປັນ​ອັນ​ຕະ​ລາຍ​ອື່ນໆ ຫຼື ລະຫັດ​ຄອມ​ພິວ​ເຕີ​ທີ່​ຄ້າຍ​ຄື​ກັນ​ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ສົ່ງ​ຜົນ​ເສຍຕໍ່​ກັບ​ການເຮັດ​ວຽກ​ຂອງ​ຮາດ​ແວ ຫຼື ຊອບ​ແວ​ຂອງ​ຄອມ​ພິວ​ເຕີ 

 

ນອກນັ້ນ, ທ່ານ​ຕ້ອງບໍ່:

 

  • ຜະ​ລິດ​ຊ້ຳ, ເຮັດ​ຊ້ຳ, ສຳ​ເນົາ ຫຼື ຂາຍບາງ​ສ່ວນ​ຂອງ​ເວັບ​ໄຊນີ້​ທີ່​ຂັດ​ກັບຂໍ້ກໍານົດການນຳໃຊ້​ຂອງ​ເວັບ​ໄຊນີ້; ຫຼື
  • ເຂົ້າ​ເຖິງ​ໂດຍບໍ່​ໄດ້​ຮັບ​ອະນຸ​ຍາດ, ແຊກ​ແຊງ, ສ້າງ​ຄວາມ​ເສຍ​ຫາຍ ຫຼື ຂັດ​ຂວາງ: (i) ບາງ​ສ່ວນ​ຂອງ​ເວັບ​ໄຊນີ້; (ii) ອຸ​ປະ​ກອນ ຫຼື ເຄືອ​ຂ່າຍ​ທີ່​ເວັບ​ໄຊນີ້​ຖືກ​ຈັດ​ເກັບ; (iii) ຊອບ​ແວ​ທີ່​ໃຊ້​ໃນ​ການ​ໃຫ້​ບໍ​ລິ​ການ​ເວັບ​ໄຊນີ້; ຫຼື (iv) ອຸ​ປະ​ກອນ ຫຼື ຊອບ​ແວວ​ທີ່​ເປັນ​ເຈົ້າ​ຂອງ ຫຼື ໃຊ້​ໂດຍ​ບຸກ​ຄົນ​ທີ​ສາມ. 

 

2.       ມາດ​ຕະ​ຖານ​ຂອງ​ເນື້ອ​ຫາ

 

ມາດ​ຕະ​ຖານ​ຂອງ​ເນື້ອ​ຫາ​ເຫຼົ່າ​ນີ້ໃຊ້​ກັບ​ເນື້ອ​ຫາ​ບາງ​ຢ່າງ ແລະ ທຸກ​ຢ່າງ​ທີ່​ທ່ານ​ສົ່ງ​ຜ່ານ ຫຼື ປະ​ກອບ​ສ່ວນໃຫ້​ກັບ​ເວັບ​ໄຊຂອງ​ພວກ​ເຮົາ ( “ການ​ປະ​ກອບ​ສ່ວນ”), ແລະ ຕໍ່​ກັບ​ບໍ​ລິ​ການ​ໂຕ້​ຕອບ​ໃດໆ​ທີ່​ກ່ຽວ​ຂ້ອງ​ກັບ​ມັນ.  ທ່ານ​ຕ້ອງ​ປະ​ຕິ​ບັດຕາມເຈດ​ຕະນາ​ລົມ​ມາດ​ຕະ​ຖານ​ດັ່ງ​ຕໍ່​ໄປ​ນີ້​ພ້ອມກັບໜັງ​ສື ແລະ ມາດ​ຕະ​ຖານ​ເຫຼົ່າ​ນີ້​ທີ່​ນຳ​ໃຊ້​ກັບ​ແຕ່​ລະ​ສ່ວນ​ຂອງ​ການ​ມີ​ສ່ວນ​ຮ່ວມ​ລວມ​ເຖິງທຸກ​ພາກ​ສ່ວນ. 

 

ການ​ປະ​ກອບ​ສ່ວນຕ້ອງ:

 

  • ຈິງ​ໃຈ ແລະ ມີ​ເຈດ​ຕະ​ນາ​ດີ;
  • ຖືກ​ຕ້ອງ (ທີ່​ພວກ​ເຂົາ​ລະ​ບຸ​ຂໍ້​ເທັດ​ຈິງ);
  • ຖືກ​ຈັດ​ຂຶ້ນ​ຢ່າງ​ແທ້​ຈິງ (ທີ່​ພວກ​ເຂົາ​ລະ​ບຸ​ຄວາມ​ຄິດ​ເຫັນ); ແລະ
  • ປະ​ຕິ​ບັດ​ຕາມກົດ​ໝາຍ​ນຳ​ໃຊ້

 

ການ​ປະ​ກອບ​ສ່ວນຕ້ອງບໍ່:

 

  • ມີ​ເນື້ອ​ຫາ​ທີ່​ເຮັດ​ໃຫ້​ບຸກ​ຄົນ​ຕ້ອງ​ເສື່ອມ​ເສຍ​ຊື່​ສຽງ;
  • ມີ​ເນື້ອ​ຫາ​ທີ່​ລາ​ມົກ,​ອາ​ນາ​ຈານ, ດູ​ຖູກ, ສ້າງ​ຄວາມ​ກຽດ​ຊັງ ຫຼື ຍົວະໃຫ້​ກຽດ​ຊັງ;
  • ສົ່ງ​ເສີມ​ເນື້ອ​ຫາ​ທາງເພດ​ຢ່າງ​ຈະແຈ້ງ;
  • ສົ່ງເສີມ​ຄວາມ​ຮຸນ​ແຮງ;
  • ສົ່ງ​ເສີມ​ການ​ແບ່ງ​ແຍກ​ໂດຍ​ອີງ​ໃສ່​ເຊື້ອ​ຊາດ, ເພດ, ສາ​ສະ​ໜາ, ສັນ​ຊາດ, ​ຄວາມ​ພິ​ການ, ຄວາມ​ມັກ​ທາງ​ເພດ ຫຼື ອາ​ຍຸ;
  • ລະ​ເມີດ​ລິ​ຂະ​ສິດ, ສິດ​ໃນ​ຖານ​ຂໍ້​ມູນ, ເຄື່ອງ​ໝາຍ​ທາງ​ການ​ຄ້າ ຫຼື ສິດ​ທິ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ບຸກ​ຄົນ​ອື່ນ; 
  • ມີ​ແນວ​ໂນ້ມ​ທີ່​ຈະຫຼອກລວງບຸກ​ຄົນ​ໃດ​ໜຶ່ງ;
  • ລະ​ເມີດ​ໜ້າ​ທີ່​ທາງ​ກົດ​ໝາຍ​ໃດໆ​ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ພາກ​ສ່ວນ​ທີ​ສາມ;
  • ສົ່ງ​ເສີມ​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ;
  • ຂົມ​ຂູ່, ລ່ວງ​ລະ​ເມີດ ຫຼື ຮຸກ​ຮານ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ​ອື່ນ, ສ້າງ​ຄວາມ​ລຳ​ຄານ, ຄວາມບໍ່​ສະ​ດວກ ຫຼື ຄວາມ​ວິ​ຕົກ​ກັງ​ວົນ​ທີ່ບໍ່​ຈຳ​ເປັນ ຫຼື ສະ​ຖານ​ທີ່ (ຫຼື ສະ​ຖານ​ທີ່​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້) ທີ່​ບຸກ​ຄົນ​ໃດໆ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍທາງ​ກາ​ຍະ​ພາບ;
  • ມີ​ແນວ​ໂນ້ມ​ທີ່​ຈະດູ​ຖູກ, ກໍ່​ກວນ, ເຮັດ​ໃຫ້​ເສຍ​ໃຈ, ອັບ​ອາຍ, ຕື່ນ​ຕົກ​ໃຈ ຫຼື ສ້າງ​ຄວາມ​ລຳ​ຄານ​ແກ່​ຄົນ​ອື່ນ;
  • ຖືກ​ໃຊ້​ເພື່ອ​ແອບ​ອ້າງ​ເປັນ​ບຸກ​ຄົນ​ໃດ​ໜຶ່ງ ຫຼື ບິດ​ເບືອນ​ຕົວ​ຕົນ​ຂອງ​ທ່ານ ຫຼື ເຂົ້າ​ຮ່ວມ​ກັບ​ບຸກ​ຄົນ​ອື່ນ;
  • ເຮັດ​ໃຫ້​ຮູ້​ສຶກວ່າມັນ​ອອກ​ມາ​ຈາກ​ພວກ​ເຮົາ, ຖ້າ​ຫາກວ່າ​ມັນ​ບໍ່​ເປັນ​ແບບນັ້ນ;
  • ອ້າງ​ອີງ ຫຼື ສົ່ງ​ເສີມ​ບໍ​ລິ​ສັດ ຫຼື ສິນ​ຄ້າ​ຂອງພາກ​ສ່ວນທີ​ສາມ;
  • ດຳ​ເນີນ​ການ​ຮັບ​ຮອງ;
  • ສະ​ເໜີ​ຂາຍ ຫຼື ຊື້​ສິນ​ຄ້າ ຫຼື ການ​ບໍ​ລິ​ການ; ຫຼື
  • ສະໜັບ​ສະ​ໜູນ, ສົ່ງ​ເສີມ ຫຼື ຊ່ວຍ​ເຫຼືອ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ເຊັ່ນ: (ໂດຍ​ຕົວ​ຢ່າງ​ເທົ່າ​ນັ້ນ) ການ​ລະ​ເມີດລິ​ຂະ​ສິດ ຫຼື ນຳ​ໃຊ້​ຄອມ​ພິວ​ເຕີ​ໃນ​ທາງ​ທີ່​ຜິດ. 

 

3.       ການລະ​ງັບ ແລະ ກາ​ນ​ສິ້ນ​ສຸດ 

 

ພວກ​ເຮົາ​ຈະພິ​ຈາ​ລະ​ນາ​ຕາມ​ດຸນ​ພິ​ນິດ​ຂອງ​ພວກ​ເຮົາວ່າ​ມີ​ການ​ລະ​ເມີດ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ຜ່ານ​ການ​ນຳ​ໃຊ້​ເວັບ​ໄຊຂອງ​ທ່ານ. ໃນ​ເວ​ລາ​ທີ່​ລະ​ເມີດ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້ເກີດຂຶ້ນ, ພວກ​ເຮົາ​ອາດ​ຈະ​ດຳເນີນ​ການ​ຕາມ​ທີ່​ພວກ​ເຮົາ​ຄິດ​ວ່າ​ເໝາະ​ສົມ. 

 

ຄວາມບໍ່​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້​ຖື​ເປັນ​ການ​ລະ​ເມີດ​ເນື້ອ​ຫາ​ຂອງຂໍ້ກໍານົດການນຳໃຊ້​ຂອງ​ເວັບ​ໄຊ ແລະ ອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ດຳ​ເນີນ​ການ​ທັງ​ໝົດ​ຂອງ​ພວກ​ເຮົາ ຫຼື ການ​ດຳ​ເນີ​ນ​ການ​ດັ່ງ​ຕໍ່​ໄປ​ນີ້:

 

  • ການ​ຖອນ​ສິດ​ຂອງ​ທ່ານ​ໃນ​ການ​ນຳ​ໃຊ້​ເວັບ​ໄຊໂດຍ​ທັນ​ທີ, ຊົ່ວຄາວ ຫຼື ຖາ​ວອນ;
  • ລຶບການເຜີຍ​ແຜ່ ຫຼື ເນື້ອ​ຫາ​ທີ່​ທ່ານ​ໄດ້​ອັບ​ໂຫຼດລົງ​ເວັບ​ໄຊໂດຍ​ທັນ​ທີ, ຊົ່ວຄາວ ຫຼື ຖາ​ວອນ;
  • ອອກຄຳເຕືອນ​ໃຫ້​ແກ່​ທ່ານ;
  • ເລີ່ມ​ຕົ້ນ​ດຳ​ເນີນ​ການ​ຕາມ​ຂະ​ບວນ​ການ​ທາງ​ກົດ​ໝາຍ​ກັບ​ທ່ານ​ເພື່ອ​ຊົດ​ໃຊ້​ຄ່າ​ເສຍ​ຫາຍ, ຄວາມ​ເສຍ​ຫາຍ ແລະ ຄວາມ​ສູນ​ເສຍ​ທັງ​ໝົດ​ບົນ​ພື້ນ​ຖານ​ການ​ຊົດ​ໃຊ້​ຄ່າ​ເສຍ​ຫາຍ (ລວມ​ເອົາຄ່າ​ໃຊ້​ຈາຍ​ທາງ​ກົດ​ໝາຍ ແລະ ການ​ບໍ​ລິ​ຫານ​ຈັດ​ການ​ທີ່​ສົມ​ເຫດ​ສົມ​ຜົນ) ເປັນ​ຜົນ​ມາ​ຈາກ​ການ​ລະ​ເມີດ; 
  • ດຳ​ເນີນ​ການ​ຂັ້ນ​ຕອນ​ຕາມ​ກົດ​ໝາຍ​ກັບ​ທ່ານ; ແລະ​/ຫຼື
  • ເປີດ​ເຜີຍ​ຂໍ້​ມູນ​ດັ່ງ​ກ່າວ​ຕໍ່​ກັບ​ໜ່ວຍ​ງານ​ບັງ​ຄັບ​ໃຊ້​ກົດ​ໝາຍ​ເນື່ອງ​ຈາກ​ພວກ​ເຮົາ​ຖື​ວ່າ​ມັນ​ຈຳ​ເປັນ. 

 

ພວກ​ເຮົາ​ບໍ່​ລວມ​ຄວາມ​ຮັບ​ຜິດ​ຊອບ​ທັງ​ໝົດ, ຕາມ​ຂອບ​ເຂດ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ, ສຳ​ລັບ​ການ​ກະ​ທຳ​ທີ່​ຕອບ​ສະ​ໜອງ​ຕໍ່​ການ​ລະ​ເມີດ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້. ການ​ຕອບ​ສະ​ໜອງ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ໃນນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບໄດ້​ແມ່ນບໍ່​ມີ​ຂີດ​ຈຳ​ກັດ ແລະ ພວກ​ເຮົາ​ອາດ​ຈະ​ດຳເນີນ​ການຢ່າງ​ອື່ນ​ຕາມ​ທີ່​ພວກ​ເຮົາ​ຄິດ​ວ່າ​ເໝາະ​ສົມ. 

 

4.       ການ​ປ່ຽນ​ແປງ​ໄປ​ຫາ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້

 

ພວກ​ເຮົາ​ອາດ​ຈະແກ້​ໄຂ​ນະ​ໂຍ​ບາຍ​ການ​ນຳໃຊ້​ທີ່ຍອມ​ຮັບ​ໄດ້​ຕະຫຼອດ​ເວ​ລາ. ມັນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທ່ານ​ໃນ​ການ​ທົບ​ທວນ​ນະ​ໂຍ​ບາຍການ​ນຳໃຊ້​ທີ່ຍອມ​ຮັບ​ໄດ້​ເປັນ​ໄລ​ຍະ​ສຳລັບ​ການປັບ​ປຸງ​ໃດໆ, ເຊິ່ງ​ມີ​ຜົນ​ບັງ​ຄັບ​ໃຊ້​ທັນ​ທີຫຼັງ​ຈາກ​ການເຜີຍ​ແຜ່. ບົດ​ບັນຍັດ​ບາງ​ຢ່າງ​ໃນ​ນະ​ໂຍ​ບາຍ​ການ​ນຳ​ໃຊ້​ທີ່ຍອມ​ຮັບ​ໄດ້​ນີ້​ອາດຈະ​ຖືກ​ແທນ​ທີ່​ດ້ວຍ​ຂໍ້​ກຳ​ນົດ ຫຼື ແຈ້ງ​ການ​ທີ່​ເຜີຍ​ແຜ່​ຢູ່​ບ່ອນ​ອື່ນ​ນອກ​ຈາກເວັບ​ໄຊ.